Uber ກຽມປົດພະນັກງງານກວ່າ 3,300 ຄົນ ປັບໂຄງສ້າງຄັ້ງໃຫຍ່ ເດີນໜ້າສູ່ຍຸກຍານຍົນໄຮ້ຄົນຂັບ

/

ບໍລິສັດ ອູເບີ ເທັກໂນໂລຢີ (Uber Technologies) ກຽມປັບໂຄງສ້າງອົງກອນຄັ້ງໃຫຍ່ ພ້ອມທັງຫລຸດຈຳນວນພະນັກງານລົງປະມານ 3,300 ຄົນ ຫລື 10% ເຊິ່ງຖືເປັນການປົດພະນັກງານຄັ້ງໃຫຍ່ທີ່ສຸດຂອງບໍລິສັດນັບຕັ້ງແຕ່ໄລຍະການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.

ການປັບປຸງຄັ້ງນີ້ ມີເປົ້າໝາຍເພື່ອຫລຸດຜ່ອນຂັ້ນຕອນການບໍລິຫານ ແລະ ຄວາມຊັບຊ້ອນພາຍໃນອົງກອນ ພາຍຫລັງທີ່ມີການຂະຫຍາຍຕົວຢ່າງໄວວາໃນໄລຍະທີ່ຜ່ານມາ. ທັງນີ້ກໍເພື່ອເຮັດໃຫ້ອົງກອນມີຄວາມກະທັດຮັດ, ສາມາດຕັດສິນໃຈໄດ້ໄວຂຶ້ນ ແລະ ນຳເອົາຕົ້ນທຶນທີ່ປະຢັດໄດ້ນັ້ນ ກັບໄປລົງທຶນໃນທຸລະກິດແຫ່ງອະນາຄົດ.

ໜຶ່ງໃນທຸລະກິດທີ່ສຳຄັນນັ້ນຄື: ແທັກຊີໄຮ້ມີຄົນຂັບ ຫລື ໂຣໂບແທັກຊີ (Robotaxi) ເຊິ່ງກຳລັງເຂົ້າມາແຂ່ງຂັນກັບທຸລະກິດການເອີ້ນລົດໂດຍສານຂອງ Uberໂດຍກົງ. ທາງບໍລິສັດມີແຜນກຽມລົງທຶນຫລາຍກວ່າ 10,000 ລ້ານໂດລາສະຫະລັດໃນທຸລະກິດຍານຍົນໄຮ້ຄົນຂັບໃນອີກບໍ່ພໍເທົ່າໃດປີຂ້າງໜ້າ.

ຂະນະດຽວກັນ, Uber ຍັງຕ້ອງປະເຊີນກັບການແຂ່ງຂັນທີ່ດຸເດືອດຈາກບໍລິສັດຍັກໃຫຍ່ອື່ນໆ ເຊັ່ນ: Waymo ແລະ Tesla ທີ່ພວມເລັ່ງພັດທະນາການບໍລິການລົດໄຮ້ຄົນຂັບເຊັ່ນກັນ, ເຊິ່ງເປັນປັດໄຈບັງຄັບໃຫ້ Uber ຕ້ອງໄດ້ເລັ່ງປັບຕົວຢ່າງຮີບດ່ວນ ເພື່ອຮັກສາບົດບາດ ແລະ ສ່ວນແບ່ງຂອງຕົນເອງໃນຕະຫຼາດການເດີນທາງຍຸກໃໝ່.

ທາງດ້ານ ປະທານເຈົ້າໜ້າທີ່ບໍລິຫານ (CEO) ຂອງ Uber ໄດ້ເນັ້ນຢ້ຳວ່າ: ການປັບຫລຸດພະນັກງານໃນຄັ້ງນີ້ ບໍ່ໄດ້ເກີດຈາກການນຳໃຊ້ AI ເຂົ້າມາແທນທີ່ໂດຍກົງ, ແຕ່ເປັນພຽງສ່ວນໜຶ່ງຂອງການປັບປ່ຽນເພື່ອເຮັດໃຫ້ອົງກອນມີຄວາມຄ່ອງຕົວຫລາຍຂຶ້ນ ພ້ອມທັງເປັນການກຽມຊັບພະຍາກອນສຳລັບການເຕີບໂຕ ແລະ ສ້າງນະວັດຕະກຳໃໝ່ໆໃນອະນາຄົດ.
ອ້າງອີງ : reuters

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.thangleuok.com/la
Thangleuok | ທາງຂອງຄົນມັກໂພສຕ໌ ເທັກໂນໂລຢີ. ແກັດເຈັດສ໌. ຣິວິວ. ຂ່າວ. ໜັງ. ວິດີໂອ. ເກມ. ກິລາ. ອານິເມ. ເງິນ. ລົດ. ໜັງ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຜູ້ຄົນ. ສຸຂະພາບ. ພອດແຄສ ແລະ ອື່ນໆ.

ຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

Facebook

ໂພສລ່າສຸດ