ບໍລິສັດ ອູເບີ ເທັກໂນໂລຢີ (Uber Technologies) ກຽມປັບໂຄງສ້າງອົງກອນຄັ້ງໃຫຍ່ ພ້ອມທັງຫລຸດຈຳນວນພະນັກງານລົງປະມານ 3,300 ຄົນ ຫລື 10% ເຊິ່ງຖືເປັນການປົດພະນັກງານຄັ້ງໃຫຍ່ທີ່ສຸດຂອງບໍລິສັດນັບຕັ້ງແຕ່ໄລຍະການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.
ການປັບປຸງຄັ້ງນີ້ ມີເປົ້າໝາຍເພື່ອຫລຸດຜ່ອນຂັ້ນຕອນການບໍລິຫານ ແລະ ຄວາມຊັບຊ້ອນພາຍໃນອົງກອນ ພາຍຫລັງທີ່ມີການຂະຫຍາຍຕົວຢ່າງໄວວາໃນໄລຍະທີ່ຜ່ານມາ. ທັງນີ້ກໍເພື່ອເຮັດໃຫ້ອົງກອນມີຄວາມກະທັດຮັດ, ສາມາດຕັດສິນໃຈໄດ້ໄວຂຶ້ນ ແລະ ນຳເອົາຕົ້ນທຶນທີ່ປະຢັດໄດ້ນັ້ນ ກັບໄປລົງທຶນໃນທຸລະກິດແຫ່ງອະນາຄົດ.
ໜຶ່ງໃນທຸລະກິດທີ່ສຳຄັນນັ້ນຄື: ແທັກຊີໄຮ້ມີຄົນຂັບ ຫລື ໂຣໂບແທັກຊີ (Robotaxi) ເຊິ່ງກຳລັງເຂົ້າມາແຂ່ງຂັນກັບທຸລະກິດການເອີ້ນລົດໂດຍສານຂອງ Uberໂດຍກົງ. ທາງບໍລິສັດມີແຜນກຽມລົງທຶນຫລາຍກວ່າ 10,000 ລ້ານໂດລາສະຫະລັດໃນທຸລະກິດຍານຍົນໄຮ້ຄົນຂັບໃນອີກບໍ່ພໍເທົ່າໃດປີຂ້າງໜ້າ.
ຂະນະດຽວກັນ, Uber ຍັງຕ້ອງປະເຊີນກັບການແຂ່ງຂັນທີ່ດຸເດືອດຈາກບໍລິສັດຍັກໃຫຍ່ອື່ນໆ ເຊັ່ນ: Waymo ແລະ Tesla ທີ່ພວມເລັ່ງພັດທະນາການບໍລິການລົດໄຮ້ຄົນຂັບເຊັ່ນກັນ, ເຊິ່ງເປັນປັດໄຈບັງຄັບໃຫ້ Uber ຕ້ອງໄດ້ເລັ່ງປັບຕົວຢ່າງຮີບດ່ວນ ເພື່ອຮັກສາບົດບາດ ແລະ ສ່ວນແບ່ງຂອງຕົນເອງໃນຕະຫຼາດການເດີນທາງຍຸກໃໝ່.
ທາງດ້ານ ປະທານເຈົ້າໜ້າທີ່ບໍລິຫານ (CEO) ຂອງ Uber ໄດ້ເນັ້ນຢ້ຳວ່າ: ການປັບຫລຸດພະນັກງານໃນຄັ້ງນີ້ ບໍ່ໄດ້ເກີດຈາກການນຳໃຊ້ AI ເຂົ້າມາແທນທີ່ໂດຍກົງ, ແຕ່ເປັນພຽງສ່ວນໜຶ່ງຂອງການປັບປ່ຽນເພື່ອເຮັດໃຫ້ອົງກອນມີຄວາມຄ່ອງຕົວຫລາຍຂຶ້ນ ພ້ອມທັງເປັນການກຽມຊັບພະຍາກອນສຳລັບການເຕີບໂຕ ແລະ ສ້າງນະວັດຕະກຳໃໝ່ໆໃນອະນາຄົດ.
ອ້າງອີງ : reuters











