ໂຕໂຢຕາ ມໍເຕີ ຫວຽດນາມ (Toyota Motor Vietnam) ໄດ້ຮັບອະນຸມັດໂຄງການລົງທຶນເພີ່ມເຕີມ ມູນຄ່າຫລາຍກວ່າ 283 ລ້ານໂດລາສະຫະລັດ ເພື່ອຂະຫຍາຍການຜະລິດລົດຍົນ ແລະ ຊິ້ນສ່ວນໃນຫວຽດນາມ ລວມເຖິງເພີ່ມການປະກອບ ແລະ ຜະລິດລົດພະລັງງານໄຟຟ້າ ໂດຍໂຄງການດັ່ງກ່າວມີກຳລັງການຜະລິດປະມານ 52.000 ຄັນຕໍ່ປີ.
ໂຄງການນີ້ໄດ້ຮັບການອະນຸມັດຈາກຄະນະກຳມະການປະຊາຊົນແຂວງ ຟູເທາະ (Phu Tho) ທາງຕອນເໜືອຂອງຫວຽດນາມ ເຊິ່ງກວມເອົາເນື້ອທີ່ 28,6 ເຮັກຕາ. ໂດຍທາງ ໂຕໂຢຕາ ຈະປັບປຸງສາຍການຜະລິດໃຫ້ທັນສະໄໝ ແລະ ເພີ່ມລະບົບອັດຕະໂນມັດ ເພື່ອເພີ່ມກຳລັງການຜະລິດ, ຍົກລະດັບຄຸນນະພາບ ແລະ ເພີ່ມປະສິດທິພາບດ້ານພະລັງງານ.
ໂຕໂຢຕາ ມີແຜນເລີ່ມກໍ່ສ້າງໂຮງງານພົ່ນສີ ແລະ ໂຮງງານປ້ຳຂຶ້ນຮູບຊິ້ນສ່ວນໃນເດືອນພຶດສະພາ 2027 ແລະ ຄາດວ່າຈະເລີ່ມເປີດດຳເນີນງານໄດ້ໃນປີ 2029. ໂຮງງານແຫ່ງໃໝ່ນີ້ຈະເປັນພື້ນຖານສຳລັບການຜະລິດລົດຍົນລຸ້ນໃໝ່ແບບ CKD ໃນຫວຽດນາມ ລວມໄປເຖິງລົດຍົນໄຮບຣິດ (Hybrid).
ທາງບໍລິສັດລະບຸວ່າ ໂຄງການນີ້ຖືເປັນບາດກ້າວສຳຄັນໃນການລົງທຶນໄລຍະຍາວໃນຫວຽດນາມ ເຊິ່ງຈະຊ່ວຍເພີ່ມການນຳໃຊ້ຊິ້ນສ່ວນພາຍໃນປະເທດ ລວມເຖິງເສີມສ້າງຄວາມເຂັ້ມແຂງໃຫ້ກັບເຄືອຂ່າຍຜູ້ສະໜອງ (Supplier) ແລະ ອຸດສາຫະກຳສະໜັບສະໜູນຍານຍົນຂອງຫວຽດນາມອີກດ້ວຍ.
ນັບຕັ້ງແຕ່ໄດ້ຮັບໃບອະນຸຍາດລົງທຶນຄັ້ງທຳອິດເມື່ອວັນທີ 5 ກັນຍາ 1995 ເປັນຕົ້ນມາ, ໂຕໂຢຕາ ຫວຽດນາມ ໄດ້ຜະລິດລົດຍົນພາຍໃນປະເທດແລ້ວຫຼາຍກວ່າ 700.000 ຄັນ, ຈຳໜ່າຍລົດຍົນໄດ້ 1 ລ້ານຄັນ ແລະ ໃຫ້ບໍລິການລູກຄ້າແລ້ວກວ່າ 20 ລ້ານລາຍການ.











