Travel

Explore

Enjoy

Latest Articles

Meta ປະກາດເປີດໂຕ “Muse” ຜູ້ຊ່ວຍ AI ສ່ວນບຸກຄົນ 24 ຊົ່ວໂມງ ເພື່ອຍົກລະດັບການຈັດການຊີວິດ ແລະ ທຸລະກິດແບບຄົບວົງຈອນ ດ້ວຍລະບົບຄວາມປອດໄພຂັ້ນສູງສຸດ. ເປົ້າໝາຍເພື່ອສ້າງ “Personal Super Intelligence” ທີ່ລົງມືເຮັດວຽກແທນມະນຸດໄດ້ຈິງ ເຊິ່ງຈະສ້າງຜົນກະທົບຄັ້ງໃຫຍ່ໃນການປ່ຽນແປງວິຖີຊີວິດ ແລະ ເພີ່ມປະສິດທິພາບການເຮັດວຽກຂອງຜູ້ຄົນທົ່ວໂລກຢ່າງກ້າວກະໂດດ. ອີງຕາມການຖະແຫຼງການຫຼ້າສຸດຂອງ Meta, ການເປີດໂຕ Muse ໃນຄັ້ງນີ້ ບໍ່ໄດ້ເປັນພຽງແຕ່ການນຳສະເໜີລະບົບ AI ທີ່ເອົາໄວ້ຕອບຄຳຖາມທົ່ວໄປຄືກັບແພລັດຟອມອື່ນໆ ແຕ່ຖືກອອກແບບມາໃຫ້ເປັນຜູ້ຊ່ວຍທີ່ສາມາດ “ລົງມືປະຕິບັດ” ແລະ ຈັດການພາລະກິດຕ່າງໆ ແທນຜູ້ໃຊ້ງານຢ່າງແທ້ຈິງ. ລະບົບດັ່ງກ່າວສາມາດເຂົ້າໄປຊ່ວຍເຫຼືອທຸກມິຕິຂອງຊີວິດ ຕັ້ງແຕ່ການບໍລິຫານວຽກບ້ານ, ການດູແລສຸຂະພາບ, ການສ້າງທຸລະກິດ, ຕະຫຼອດຈົນຮອດການວາງແຜນການເງິນເພື່ອຊ່ວຍປະຢັດ ແລະ ສ້າງລາຍໄດ້. ຈາກການສາທິດການໃຊ້ງານຕົວຈິງຂອງຄະນະຜູ້ບໍລິຫານ, Muse ສາມາດຈັດການກິດຈະວັດປະຈຳວັນທີ່ຊັບຊ້ອນໄດ້ຢ່າງໜ້າທຶ່ງ ເຊັ່ນ: ການສັ່ງຊື້ວັດຖຸດິບເຮັດຂະໜົມກັບລູກສາວ, ການດຳເນີນການຂໍອະນຸຍາດປີນເຂົາໃຫ້ລູກສາວ, ຕິດຕາມຕາຕະລາງການຝຶກຊ້ອມກິລາ MMA, ລວມໄປເຖິງການຊອກຫານັກວິໄຈທີ່ມີຄວາມສາມາດມາຮ່ວມງານ. ນອກຈາກນັ້ນ, ມັນຍັງເຮັດໜ້າທີ່ເປັນທີ່ປຶກສາສ່ວນຕົວ ທີ່ສາມາດກວດສອບ ແລະ...
ບໍລິສັດ ອູເບີ ເທັກໂນໂລຢີ (Uber Technologies) ກຽມປັບໂຄງສ້າງອົງກອນຄັ້ງໃຫຍ່ ພ້ອມທັງຫລຸດຈຳນວນພະນັກງານລົງປະມານ 3,300 ຄົນ ຫລື 10% ເຊິ່ງຖືເປັນການປົດພະນັກງານຄັ້ງໃຫຍ່ທີ່ສຸດຂອງບໍລິສັດນັບຕັ້ງແຕ່ໄລຍະການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ. ການປັບປຸງຄັ້ງນີ້ ມີເປົ້າໝາຍເພື່ອຫລຸດຜ່ອນຂັ້ນຕອນການບໍລິຫານ ແລະ ຄວາມຊັບຊ້ອນພາຍໃນອົງກອນ ພາຍຫລັງທີ່ມີການຂະຫຍາຍຕົວຢ່າງໄວວາໃນໄລຍະທີ່ຜ່ານມາ. ທັງນີ້ກໍເພື່ອເຮັດໃຫ້ອົງກອນມີຄວາມກະທັດຮັດ, ສາມາດຕັດສິນໃຈໄດ້ໄວຂຶ້ນ ແລະ ນຳເອົາຕົ້ນທຶນທີ່ປະຢັດໄດ້ນັ້ນ ກັບໄປລົງທຶນໃນທຸລະກິດແຫ່ງອະນາຄົດ. ໜຶ່ງໃນທຸລະກິດທີ່ສຳຄັນນັ້ນຄື: ແທັກຊີໄຮ້ມີຄົນຂັບ ຫລື ໂຣໂບແທັກຊີ (Robotaxi) ເຊິ່ງກຳລັງເຂົ້າມາແຂ່ງຂັນກັບທຸລະກິດການເອີ້ນລົດໂດຍສານຂອງ Uberໂດຍກົງ. ທາງບໍລິສັດມີແຜນກຽມລົງທຶນຫລາຍກວ່າ 10,000 ລ້ານໂດລາສະຫະລັດໃນທຸລະກິດຍານຍົນໄຮ້ຄົນຂັບໃນອີກບໍ່ພໍເທົ່າໃດປີຂ້າງໜ້າ. ຂະນະດຽວກັນ, Uber ຍັງຕ້ອງປະເຊີນກັບການແຂ່ງຂັນທີ່ດຸເດືອດຈາກບໍລິສັດຍັກໃຫຍ່ອື່ນໆ ເຊັ່ນ: Waymo ແລະ Tesla ທີ່ພວມເລັ່ງພັດທະນາການບໍລິການລົດໄຮ້ຄົນຂັບເຊັ່ນກັນ, ເຊິ່ງເປັນປັດໄຈບັງຄັບໃຫ້ Uber ຕ້ອງໄດ້ເລັ່ງປັບຕົວຢ່າງຮີບດ່ວນ ເພື່ອຮັກສາບົດບາດ ແລະ ສ່ວນແບ່ງຂອງຕົນເອງໃນຕະຫຼາດການເດີນທາງຍຸກໃໝ່. ທາງດ້ານ ປະທານເຈົ້າໜ້າທີ່ບໍລິຫານ (CEO) ຂອງ Uber ໄດ້ເນັ້ນຢ້ຳວ່າ:...
ໂຕໂຢຕາ ມໍເຕີ ຫວຽດນາມ (Toyota Motor Vietnam) ໄດ້ຮັບອະນຸມັດໂຄງການລົງທຶນເພີ່ມເຕີມ ມູນຄ່າຫລາຍກວ່າ 283 ລ້ານໂດລາສະຫະລັດ ເພື່ອຂະຫຍາຍການຜະລິດລົດຍົນ ແລະ ຊິ້ນສ່ວນໃນຫວຽດນາມ ລວມເຖິງເພີ່ມການປະກອບ ແລະ ຜະລິດລົດພະລັງງານໄຟຟ້າ ໂດຍໂຄງການດັ່ງກ່າວມີກຳລັງການຜະລິດປະມານ 52.000 ຄັນຕໍ່ປີ. ໂຄງການນີ້ໄດ້ຮັບການອະນຸມັດຈາກຄະນະກຳມະການປະຊາຊົນແຂວງ ຟູເທາະ (Phu Tho) ທາງຕອນເໜືອຂອງຫວຽດນາມ ເຊິ່ງກວມເອົາເນື້ອທີ່ 28,6 ເຮັກຕາ. ໂດຍທາງ ໂຕໂຢຕາ ຈະປັບປຸງສາຍການຜະລິດໃຫ້ທັນສະໄໝ ແລະ ເພີ່ມລະບົບອັດຕະໂນມັດ ເພື່ອເພີ່ມກຳລັງການຜະລິດ, ຍົກລະດັບຄຸນນະພາບ ແລະ ເພີ່ມປະສິດທິພາບດ້ານພະລັງງານ. ໂຕໂຢຕາ ມີແຜນເລີ່ມກໍ່ສ້າງໂຮງງານພົ່ນສີ ແລະ ໂຮງງານປ້ຳຂຶ້ນຮູບຊິ້ນສ່ວນໃນເດືອນພຶດສະພາ 2027 ແລະ ຄາດວ່າຈະເລີ່ມເປີດດຳເນີນງານໄດ້ໃນປີ 2029. ໂຮງງານແຫ່ງໃໝ່ນີ້ຈະເປັນພື້ນຖານສຳລັບການຜະລິດລົດຍົນລຸ້ນໃໝ່ແບບ CKD ໃນຫວຽດນາມ ລວມໄປເຖິງລົດຍົນໄຮບຣິດ (Hybrid). ທາງບໍລິສັດລະບຸວ່າ ໂຄງການນີ້ຖືເປັນບາດກ້າວສຳຄັນໃນການລົງທຶນໄລຍະຍາວໃນຫວຽດນາມ ເຊິ່ງຈະຊ່ວຍເພີ່ມການນຳໃຊ້ຊິ້ນສ່ວນພາຍໃນປະເທດ...
Meta ຍອມຈ່າຍເງິນກວ່າ 18,000 ລ້ານໂດລາສະຫະລັດ ເພື່ອຍຸຕິຄະດີໃນອາເມຣິກາ ທີ່ຖືກກ່າວຫາວ່າອອກແບບແພລດຟອມໃຫ້ເດັກເສບຕິດ. ຂໍ້ຕົກລົງນີ້ມຸ່ງເປົ້າຈຳກັດການນຳໃຊ້ຂອງໄວລຸ້ນຢ່າງເຂັ້ມງວດ ເຊິ່ງຈະກາຍເປັນມາດຕະຖານໃໝ່ທີ່ສ້າງແຮງກະເທືອນໃຫ້ກັບວົງການໂຊຊຽວມີເດຍທົ່ວໂລກໃນການປົກປ້ອງເຍົາວະຊົນ. ສຳນັກຂ່າວບີບີຊີລາຍງານວ່າ ພາຍໃຕ້ຂໍ້ຕົກລົງປະນີປະນອມຍອມຄວາມນີ້ Meta ເຊິ່ງເປັນເຈົ້າຂອງ Facebook ແລະ Instagram ຈະຕ້ອງດຳເນີນມາດຕະການຢ່າງເຄັ່ງຄັດໃນໄລຍະ 10 ປີຕໍ່ໜ້າ ໂດຍຈຳກັດເວລາການນຳໃຊ້ຂອງໄວລຸ້ນໄວ້ພຽງ 2 ຊົ່ວໂມງຕໍ່ມື້ ພ້ອມທັງບລັອກການເຂົ້າເຖິງແພລດຟອມຕັ້ງແຕ່ເວລາທ່ຽງຄືນຈົນເຖິງ 6 ໂມງເຊົ້າ ຍົກເວັ້ນຈະໄດ້ຮັບຄວາມຍິນຍອມຈາກຜູ້ປົກຄອງ. ນອກຈາກນີ້ ຍັງມີການປິດການແຈ້ງເຕືອນ (Push Notification) ສ່ວນໃຫຍ່ໃນຊ່ວງເວລາຮຽນຕັ້ງແຕ່ 08:00 ໂມງ ຫາ 15:00 ໂມງ ແລະ ເພີ່ມມາດຕະການປ້ອງກັນບໍ່ໃຫ້ເດັກເຂົ້າເຖິງເນື້ອຫາທີ່ຈຳກັດອາຍຸຢ່າງເດັດຂາດ. ຂໍ້ຕົກລົງດັ່ງກ່າວຈະຊ່ວຍຍຸຕິການພິຈາລະນາຄະດີໃນສານລັດຖະບານກາງ ທີ່ກ່າວຫາວ່າຜະລິດຕະພັນຂອງບໍລິສັດເປັນອັນຕະລາຍຕໍ່ເດັກ ແລະ ຫຼອກລວງສາທາລະນະຊົນເລື່ອງຄວາມປອດໄພ. ເຖິງແມ່ນວ່າ Meta ຈະປະຕິເສດວ່າຕົນບໍ່ໄດ້ເຮັດຜິດ ແລະ ຂໍ້ຕົກລົງນີ້ກໍບໍ່ໄດ້ບັງຄັບໃຫ້ບໍລິສັດຕ້ອງຍົກເລີກລະບົບການແນະນຳເນື້ອຫາສະເພາະບຸກຄົນ ຫຼື ການໂຄສະນາແບບກຳນົດເປົ້າໝາຍກໍຕາມ ແຕ່ເງິນຊົດເຊີຍຈຳນວນມະຫາສານນີ້ກໍຖືເປັນມູນຄ່າທີ່ສູງຫຼາຍ ເຊິ່ງຄິດເປັນກຳໄລຂອງບໍລິສັດປະມານ 3-4 ເດືອນ. ເງິນຈຳນວນນີ້ຈະຖືກແບ່ງຈ່າຍໃຫ້ກັບ 47...
ທະນາຄານແຫ່ງສປປລາວຊຸກຍູ້ການພັດທະນາການເງິນດິຈິຕອນພາຍໃຕ້ຂອບເຂດການຄວບຄຸມໂດຍຜ່ານRegulatory Sandbox. ໂດຍສະຕາ ຟິນເທັກ ຈໍາກັດຜູ້ດຽວ ຜູ້ໃຫ້ບໍລິການແພລັດຟອມ Umoney ເຂົ້າຮ່ວມການທົດສອບບໍລິການສິນເຊື່ອດິຈິຕອນ (Digital Lending) ພາຍໃຕ້ຂອບເຂດຂອງການທົດສອບ Regulatory Sandbox ເຊິ່ງສອດຄ່ອງກັບແນວທາງຂອງທະນາຄານແຫ່ງ ສປປ ລາວ (ທຫລ) ໃນການຫັນປ່ຽນການເຄື່ອນໄຫວວຽກງານດ້ານສິນເຊື່ອກາຍເປັນທັນສະໄຫມ, ເສີມສ້າງການບໍລິຫານຄວາມສ່ຽງ ແລະ ຄ່ອຍໆຂະຫຍາຍໂອກາດເຂົ້າເຖິງບໍລິການທາງດ້ານການເງິນ. ນະຄອນຫຼວງວຽງຈັນ – ໃນຊຸມປີທີ່ຜ່ານມາ, ທະນາຄານແຫ່ງ ສປປ ລາວ (Bank of the Lao PDR – BOL) ກໍາລັງດຳເນີນການປັບປຸງຂອບການບໍລິຫານຄຸ້ມຄອງເທື່ອລະບາດກ້າວ ເພື່ອຊຸກຍູ້ໃຫ້ລະບົບການເງິນພັດທະນາໄປໃນທິດທາງທີ່ທັນສະໄໝ, ປອດໄພ ແລະ ສອດຄ່ອງກັບການຫັນເປັນດິຈິຕອນຂອງເສດຖະກິດຫຼາຍຂຶ້ນ. ໜຶ່ງໃນເຄື່ອງມືທີ່ ທຫລ ນຳມາໃຊ້ແມ່ນໂຄງການ Regulatory Sandbox ເຊິ່ງສ້າງສະພາບແວດລ້ອມໃຫ້ໂມເດວ ແລະ ໂຊລູຊັນຮູບແບບການເງິນໃໝ່ ໄດ້ຮັບການທົດສອບໃນຂອບເຂດທີ່ມີການຄວບຄຸມ ກ່ອນທີ່ຈະພິຈາລະນາຄວາມເປັນໄປໄດ້ເພື່ອຜັນຂະຫຍາຍໃນວົງກວ້າງຢູ່ທີ່ທ້ອງຕະຫຼາດ. ແນວທາງນີ້ຊ່ວຍໃຫ້ອົງການຈັດຕັ້ງກວດກາ ແລະ ພາກສ່ວນທີ່ເຂົ້າຮ່ວມສາມາດຕິດຕາມຜົນໄດ້ຮັບຕົວຈິງ, ປະເມີນປະສິດທິພາບ,...

About the author

I’m GEORGE SANDERS, a passionte traveler, photographer and writer. I want to take risks, meet interesting people, go hard, challenge myself and explore the world.

Follow me

16,759Fansຄື
7,692ຕິດ​ຕາມປະ​ຕິ​ບັດ​ຕາມ
13,134ຈອງຈອງ

Weather

spot_img

Popular articles

Recent Comments

Popular Categories