Meta ປະກາດເປີດໂຕ “Muse” ຜູ້ຊ່ວຍ AI ສ່ວນບຸກຄົນ 24 ຊົ່ວໂມງ ເພື່ອຍົກລະດັບການຈັດການຊີວິດ ແລະ ທຸລະກິດແບບຄົບວົງຈອນ ດ້ວຍລະບົບຄວາມປອດໄພຂັ້ນສູງສຸດ. ເປົ້າໝາຍເພື່ອສ້າງ “Personal Super Intelligence” ທີ່ລົງມືເຮັດວຽກແທນມະນຸດໄດ້ຈິງ ເຊິ່ງຈະສ້າງຜົນກະທົບຄັ້ງໃຫຍ່ໃນການປ່ຽນແປງວິຖີຊີວິດ ແລະ ເພີ່ມປະສິດທິພາບການເຮັດວຽກຂອງຜູ້ຄົນທົ່ວໂລກຢ່າງກ້າວກະໂດດ.
ອີງຕາມການຖະແຫຼງການຫຼ້າສຸດຂອງ Meta, ການເປີດໂຕ Muse ໃນຄັ້ງນີ້ ບໍ່ໄດ້ເປັນພຽງແຕ່ການນຳສະເໜີລະບົບ AI ທີ່ເອົາໄວ້ຕອບຄຳຖາມທົ່ວໄປຄືກັບແພລັດຟອມອື່ນໆ ແຕ່ຖືກອອກແບບມາໃຫ້ເປັນຜູ້ຊ່ວຍທີ່ສາມາດ “ລົງມືປະຕິບັດ” ແລະ ຈັດການພາລະກິດຕ່າງໆ ແທນຜູ້ໃຊ້ງານຢ່າງແທ້ຈິງ.
ລະບົບດັ່ງກ່າວສາມາດເຂົ້າໄປຊ່ວຍເຫຼືອທຸກມິຕິຂອງຊີວິດ ຕັ້ງແຕ່ການບໍລິຫານວຽກບ້ານ, ການດູແລສຸຂະພາບ, ການສ້າງທຸລະກິດ, ຕະຫຼອດຈົນຮອດການວາງແຜນການເງິນເພື່ອຊ່ວຍປະຢັດ ແລະ ສ້າງລາຍໄດ້.
ຈາກການສາທິດການໃຊ້ງານຕົວຈິງຂອງຄະນະຜູ້ບໍລິຫານ, Muse ສາມາດຈັດການກິດຈະວັດປະຈຳວັນທີ່ຊັບຊ້ອນໄດ້ຢ່າງໜ້າທຶ່ງ ເຊັ່ນ: ການສັ່ງຊື້ວັດຖຸດິບເຮັດຂະໜົມກັບລູກສາວ, ການດຳເນີນການຂໍອະນຸຍາດປີນເຂົາໃຫ້ລູກສາວ, ຕິດຕາມຕາຕະລາງການຝຶກຊ້ອມກິລາ MMA, ລວມໄປເຖິງການຊອກຫານັກວິໄຈທີ່ມີຄວາມສາມາດມາຮ່ວມງານ.
ນອກຈາກນັ້ນ, ມັນຍັງເຮັດໜ້າທີ່ເປັນທີ່ປຶກສາສ່ວນຕົວ ທີ່ສາມາດກວດສອບ ແລະ ຍົກເລີກບໍລິການອອນລາຍທີ່ຜູ້ໃຊ້ບໍ່ໄດ້ໃຊ້ງານເພື່ອປະຢັດຄ່າໃຊ້ຈ່າຍ, ປັບແຜນການແລ່ນອອກກຳລັງກາຍໂດຍວິເຄາະຈາກຄຸນນະພາບການນອນ, ແລະ ສາມາດຈັດການວາງແຜນການທ່ອງທ່ຽວກັບໝູ່ເພື່ອນໄດ້ຢ່າງຄ່ອງຕົວ ແລະ ມີປະສິດທິພາບ.

ແນ່ນອນວ່າເມື່ອ AI ຕ້ອງເຂົ້າເຖິງຂໍ້ມູນສ່ວນຕົວຢ່າງເລິກເຊິ່ງ, ຄວາມປອດໄພຈຶ່ງເປັນສິ່ງທີ່ Meta ໃຫ້ຄວາມສຳຄັນສູງສຸດ. ອ້າງອີງຈາກເອກະສານທາງເຕັກນິກຂອງບໍລິສັດ, Muse ຖືກສ້າງຂຶ້ນບົນສະຖາປັດຕະຍະກຳຄວາມປອດໄພແບບໃໝ່ທີ່ຊື່ວ່າ “Muse secure VM” ໂດຍມີຄັງເກັບຂໍ້ມູນລັບສຳລັບປົກປ້ອງລະຫັດຜ່ານ ແລະ ຂໍ້ມູນບັດເຄຣດິດໂດຍສະເພາະ.
ຈຸດເດັ່ນຄື ໂຕ AI ເອງກໍບໍ່ສາມາດອ່ານຂໍ້ມູນເຫຼົ່ານີ້ໄດ້ໂດຍກົງ ແລະ ທຸກຄັ້ງທີ່ຈະມີການທຳທຸລະກຳສຳຄັນ ເຊັ່ນ: ການຊຳລະເງິນ ຫຼື ການສົ່ງຂໍ້ຄວາມອັດຕະໂນມັດ ລະບົບຈະຕ້ອງແຈ້ງເຕືອນເພື່ອຂໍການຢືນຢັນຈາກຜູ້ໃຊ້ກ່ອນສະເໝີ. ຍິ່ງໄປກວ່ານັ້ນ, Meta ຍັງໄດ້ນຳເອົາເທັກໂນໂລຢີການເຂົ້າລະຫັດແບບ End-to-End ທີ່ໃຊ້ໃນ WhatsApp ມາປະຍຸກໃຊ້ ເຊິ່ງເປັນການຮັບປະກັນວ່າ ຂໍ້ມູນສ່ວນບຸກຄົນທັງໝົດຈະຖືກປົກປິດເປັນຄວາມລັບຂັ້ນສູງສຸດ ຈົນແມ່ນແຕ່ບໍລິສັດ Meta ເອງກໍບໍ່ສາມາດເຂົ້າເຖິງ ຫຼື ອ່ານຂໍ້ມູນໃນ Muse ຂອງຜູ້ໃຊ້ໄດ້ເລີຍ.
ສຳລັບຜູ້ທີ່ສົນໃຈສຳຜັດປະສົບການຜູ້ຊ່ວຍອັດສະລິຍະນີ້, ທາງ Meta ໄດ້ເປີດໃຫ້ດາວໂຫຼດແອັບພລິເຄຊັນ Muse ເພື່ອເລີ່ມຕົ້ນໃຊ້ງານໄດ້ແລ້ວຢ່າງເປັນທາງການ.
ຜູ້ໃຊ້ສາມາດທົດລອງໃຊ້ງານໄດ້ຟຣີໂດຍມີໂກຕ້າໃຫ້ສູງເຖິງ 100 ລ້ານ Tokens ຕໍ່ອາທິດ ເຊິ່ງພຽງພໍສຳລັບການໃຊ້ງານທົ່ວໄປ. ຂະນະດຽວກັນ ກໍຍັງມີແພັກເກດແບບສະໝັກສະມາຊິກສຳລັບກຸ່ມຜູ້ໃຊ້ງານລະດັບມືອາຊີບ ຫຼື ອົງກອນ ທີ່ຕ້ອງການປະສິດທິພາບການປະມວນຜົນທີ່ສູງຂຶ້ນ.
ການເປີດໂຕ Muse ໃນມື້ນີ້ ບໍ່ພຽງແຕ່ເປັນການນຳສະເໜີແອັບພລິເຄຊັນໃໝ່ ແຕ່ມັນຄືການປູທາງໄປສູ່ອະນາຄົດຂອງເທັກໂນໂລຢີປັນຍາປະດິດ ທີ່ກຳລັງກ້າວເຂົ້າສູ່ຍຸກ “Personal Super Intelligence” ທີ່ຈະກາຍມາເປັນມັນສະໝອງສຳຮອງໃນການຍົກລະດັບຄຸນນະພາບຊີວິດຂອງມະນຸດຢ່າງແທ້ຈິງ.
ຢ່າງໃດກໍຕາມ, ປັດຈຸບັນ Muse ຍັງບໍ່ໄດ້ເປີດໃຫ້ໃຊ້ໃນປະເທດລາວ ສຳລັບໃນ play store.










