Tag: Meta

Meta ເປີດໂຕ ‘Muse’ ຜູ້ຊ່ວຍ AI ສ່ວນຕົວ 24 ຊົ່ວໂມງ ທີ່ຈະເຮັດໄຫ້ຊິວິດງ່າຍຂື້ນອີກ.

Meta ປະກາດເປີດໂຕ “Muse” ຜູ້ຊ່ວຍ AI ສ່ວນບຸກຄົນ 24 ຊົ່ວໂມງ ເພື່ອຍົກລະດັບການຈັດການຊີວິດ ແລະ ທຸລະກິດແບບຄົບວົງຈອນ ດ້ວຍລະບົບຄວາມປອດໄພຂັ້ນສູງສຸດ. ເປົ້າໝາຍເພື່ອສ້າງ “Personal Super Intelligence” ທີ່ລົງມືເຮັດວຽກແທນມະນຸດໄດ້ຈິງ ເຊິ່ງຈະສ້າງຜົນກະທົບຄັ້ງໃຫຍ່ໃນການປ່ຽນແປງວິຖີຊີວິດ ແລະ ເພີ່ມປະສິດທິພາບການເຮັດວຽກຂອງຜູ້ຄົນທົ່ວໂລກຢ່າງກ້າວກະໂດດ. ອີງຕາມການຖະແຫຼງການຫຼ້າສຸດຂອງ Meta, ການເປີດໂຕ Muse ໃນຄັ້ງນີ້...

Meta ແພ້ຄະດີ ເຮັດໄຫ້ເດັກນ້ອຍເສບຕິດໂຊຊຽວຕ້ອງຈ່າຍ 18,000 ລ້ານ$ ປິດຄະດີໃນອາເມຣິກາ

Meta ຍອມຈ່າຍເງິນກວ່າ 18,000 ລ້ານໂດລາສະຫະລັດ ເພື່ອຍຸຕິຄະດີໃນອາເມຣິກາ ທີ່ຖືກກ່າວຫາວ່າອອກແບບແພລດຟອມໃຫ້ເດັກເສບຕິດ. ຂໍ້ຕົກລົງນີ້ມຸ່ງເປົ້າຈຳກັດການນຳໃຊ້ຂອງໄວລຸ້ນຢ່າງເຂັ້ມງວດ ເຊິ່ງຈະກາຍເປັນມາດຕະຖານໃໝ່ທີ່ສ້າງແຮງກະເທືອນໃຫ້ກັບວົງການໂຊຊຽວມີເດຍທົ່ວໂລກໃນການປົກປ້ອງເຍົາວະຊົນ. ສຳນັກຂ່າວບີບີຊີລາຍງານວ່າ ພາຍໃຕ້ຂໍ້ຕົກລົງປະນີປະນອມຍອມຄວາມນີ້ Meta ເຊິ່ງເປັນເຈົ້າຂອງ Facebook ແລະ Instagram ຈະຕ້ອງດຳເນີນມາດຕະການຢ່າງເຄັ່ງຄັດໃນໄລຍະ 10 ປີຕໍ່ໜ້າ ໂດຍຈຳກັດເວລາການນຳໃຊ້ຂອງໄວລຸ້ນໄວ້ພຽງ 2 ຊົ່ວໂມງຕໍ່ມື້ ພ້ອມທັງບລັອກການເຂົ້າເຖິງແພລດຟອມຕັ້ງແຕ່ເວລາທ່ຽງຄືນຈົນເຖິງ 6 ໂມງເຊົ້າ ຍົກເວັ້ນຈະໄດ້ຮັບຄວາມຍິນຍອມຈາກຜູ້ປົກຄອງ. ນອກຈາກນີ້...

Meta ເຂົ້າສູ່ຕະຫຼາດ subscription ດ້ວຍການເປີດຕົວ Facebook Plus ແລະ IG Plusໃນລາຄາ 3.99 ໂດລາ

Meta ໄດ້ເປີດຕົວລະບົບ ສະໝັກສະມາຊິກໃໝ່ທີ່ເອີ້ນວ່າ Facebook Plus ແລະ Instagram Plus, ເຊິ່ງມີຄຸນສົມບັດພິເສດເຊັ່ນ : ເລື່ອງທີ່ເພີ່ມເຂົ້າມາໃໝ່, ເລື່ອງທີ່ຍາວກວ່າ 24 ຊົ່ວໂມງ, ແລະ ການເບິ່ງເລື່ອງຂອງຄົນອື່ນໂດຍບໍ່ເປີດເຜີຍຊື່. Meta, ເຈົ້າຂອງແພລດຟອມ Facebook, Instagram, ແລະ WhatsApp, ໄດ້ເປີດຕົວບໍລິການສະໝັກສະມາຊິກໃໝ່ທີ່ເອີ້ນວ່າ Facebook Plus,...