Foxconn ຂອງໄຕ້ຫວັນ, ເຊິ່ງເປັນທີ່ຮູ້ຈັກກັນຢ່າງເປັນທາງການໃນນາມ Hon Hai Precision Industry, ກ່າວໃນວັນພະຫັດວ່າຈະຮ່ວມມືກັບຜູ້ຜະລິດຊິບ Intel ຂອງສະຫະລັດເພື່ອພັດທະນາ ແລະ ນຳໃຊ້ພື້ນຖານໂຄງລ່າງ AI ລຸ້ນຕໍ່ໄປ ແລະ ແພລດຟອມຄອມພິວເຕີອັດສະລິຍະ, ໂດຍມຸ້ງຫວັງທີ່ຈະຕອບສະຫນອງຄວາມຕ້ອງການລະບົບປະມວນຜົນ AIທີ່ເພິ່ມຂື້ນທົ່ວໂລກ.
ທັງສອງບໍລິສັດກ່າວວ່າການຮ່ວມມືດັ່ງກ່າວຈະປະສານລວມເຕັກໂນໂລຊີ ເຊມິຄອນດັກເຕີ້ຂອງ Intel ເຂົ້າກັບຄວາມສາມາດໃນການຜະລິດ ແລະ ການບູລະນະການເຊື່ອມໂຍງເຂົ້່ລະບົບຂອງ Foxconn ເພື່ອສົ່ງມອບຊູໂລຊັນສຳລັບສູນຂໍ້ມູນ AI ລຸ້ນຕໍ່ໄປ ແລະ ແອັບພລິເຄຊັນການປະມວນຜົນແບບ Edge Computing.
ການຮ່ວມມືດັ່ງກ່າວຈະສຸມໃສ່ອຸປະກອນສູນຂໍ້ມູນ AI, ລວມທັງແຣັກເຊີບເວີທີ່ໃຊ້ໂປເຊດເຊີ Xeon ຂອງ Intel ແລະ ຕົວເລັ່ງ AI. ທັງສອງບໍລິສັດຍັງວາງແຜນທີ່ຈະຮ່ວມມືກັນພັດທະນາເຕັກໂນໂລຊີໃນຂົງເຂດຕ່າງໆເຊັ່ນ: ການເຊື່ອມຕໍ່ຄວາມໄວສູງ, ການຄຸ້ມຄອງຄວາມຮ້ອນ ແລະ ການເພີ່ມປະສິດທິພາບພະລັງງານ.
ນອກເໜືອໄປຈາກສູນຂໍ້ມູນແບບດັ້ງເດີມ, Foxconn ແລະ Intel ກ່າວວ່າພວກເຂົາຈະພັດທະນາລະບົບ AI ສຳລັບແອັບພລິເຄຊັນຕ່າງໆ ລວມທັງໂຮງງານ, ເມືອງອັດສະລິຍະ ແລະ ຫຸ່ນຍົນ, ໃນຂະນະທີ່ພວກເຂົາຊອກຫາວິທີທີ່ຈະຂະຫຍາຍພື້ນຖານໂຄງລ່າງຄອມພິວເຕີ້ AI ໄປສູ່ກໍລະນີການນຳໃຊ້ທາງອຸດສາຫະກຳ ແລະ ການຄ້າທີ່ກວ້າງຂວາງກວ່າເກົ່າ.











