ວັນທີ 19 ກັນຍາ 2026 ທີ່ຜ່ານມາ, ພິທີເປີດງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 (20th Asian Games) ໄດ້ເປີດສາກຂຶ້ນຢ່າງເປັນທາງການແລ້ວ ທີ່ສະໜາມກິລາ ປາໂລມາ ມິຊູໂຮ (Paloma Mizuho Stadium) ທີ່ເມືອງໄອຈິ-ນາໂກຢ້າ ປະເທດຍີ່ປຸ່ນ. ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມໂດຍ ສົມເດັດພະເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງຍີ່ປຸ່ນ, ທ່ານ ຊີກ ໂຈອັນ ບິນຮາໝັດ ອາວທານີ ປະທານສະພາໂອແລມປິກອາຊີ (OCA) ແລະ ທ່ານນາງ ຄຣີສຕີ້ ໂຄເວັນທຣີ ປະທານຄະນະກຳມະການໂອແລມປິກສາກົນ (IOC), ພ້ອມດ້ວຍຄະນະນຳ, ຄະນະນັກກິລາ ແລະ ມວນຊົນເຂົ້າຮ່ວມໃນສະໜາມຫຼາຍກວ່າ 30,000 ຄົນ.

ການສະແດງໃນພິທີເປີດ ທາງເຈົ້າພາບຍີ່ປຸ່ນໄດ້ນຳສະເໜີຮູບແບບທີ່ລຽບງ່າຍ ແຕ່ເຕັມໄປດ້ວຍມົນສະເໜ່ທາງວັດທະນະທຳ ໂດຍມີການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຊັ່ນ: ການສະແດງໂດຣນ (Drone) ແປອັກສອນ, ຫຸ່ນຍົນ ແລະ ລະບົບແສງສີສຽງທີ່ຍິ່ງໃຫຍ່ອະລັງການ. ຈຸດໄຮໄລ້ສຳຄັນຂອງງານຄືການຈູດກະຖາງຄົບເພີງ ເຊິ່ງໄດ້ຮັບກຽດຈາກ ທ່ານ ມຸໂຣຟຸຊິ ໂຄຈິ (Murofushi Koji) ອະດີດເຈົ້າຂອງຫຼຽນຄຳໂອແລມປິກ 2004 ແລະ ທ່ານ ຊິເກໂນບຸ (Shigenobu) ຜູ້ເປັນພໍ່ ເຊິ່ງເປັນອະດີດເຈົ້າຂອງ 5 ຫຼຽນຄຳເອຊຽນເກມ. ສ່ວນກະຖາງຄົບເພີງ ຖືກອອກແບບເປັນຮູບປາຫົວເສືອຄຳ (Kinshachi) ອັນເປັນສັນຍາລັກປະຈຳເມືອງນາໂກຢ້າ.
ສຳລັບການແຂ່ງຂັນໃນຄັ້ງນີ້ ມີນັກກິລາຈາກ 45 ປະເທດ ແລະ ເຂດແຄວ້ນທົ່ວອາຊີ ເຂົ້າຮ່ວມຫຼາຍກວ່າ 15,000 ຄົນ ເພື່ອຊີງໄຊ 469 ຫຼຽນຄຳ ຈາກ 43 ປະເພດກິລາ.
ໃນວາລະການເດີນຂະບວນພາເຣດ, ຄະນະນັກກິລາຈາກ ສປປ ລາວ ໄດ້ຍ່າງເຂົ້າສູ່ສະໜາມເປັນລຳດັບທີ 20 (ຕໍ່ຈາກປະເທດຄູເວດ) ໂດຍຜູ້ທີ່ໄດ້ຮັບກຽດຖືທຸງຊາດລາວນຳໜ້າຂະບວນແມ່ນ ນາງ ກ້ອຍ ໄຊຍະວົງ ນັກກິລາກະຕໍ້ຍິງທີມຊາດ ແລະ ທ້າວ ຜົນ ສາຍບຸນເພງ ນັກກິລາວູຊູທີມຊາດ.

ທັບນັກກິລາ ສປປ ລາວ ຊຸດນີ້ ນຳໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ. ສປປ ລາວ ໄດ້ສົ່ງຄະນະນຳ, ເຈົ້າໜ້າທີ່, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 122 ຄົນ ໃນນັ້ນມີນັກກິລາ 72 ຄົນ ທີ່ຈະລົງແຂ່ງຂັນໃນ 15 ປະເພດກິລາ ປະກອບມີ: ວູຊູ, ແລ່ນ-ລານ, ລອຍນ້ຳ, ຢູໂດ້, ກາຣາເຕໂດ້, ຈູຈຸດຊຸ, ມວຍສາກົນ, ເທັກບອນ, ກະຕໍ້, ຟັນດາບ, ຢິມນາສຕິກ, ອີ-ສະປອດ, ດອກປີກໄກ່, ປິ່ງປ່ອງ ແລະ ຊັອຟເທັນນິດ.
ທັງນີ້, ງານມະຫະກຳກິລາເອຊຽນເກມ 2026 ຖືເປັນຄັ້ງທີ 3 ທີ່ປະເທດຍີ່ປຸ່ນໄດ້ຮັບກຽດເປັນເຈົ້າພາບ ຕໍ່ຈາກປີ 1958 ແລະ 1994 ໂດຍການແຂ່ງຂັນຈະດຳເນີນໄປຈົນເຖິງວັນທີ 4 ຕຸລາ 2026 ຈຶ່ງຈະປິດສາກລົງຢ່າງເປັນທາງການ.











