ມາເລເຊຍ ບັງຄັບໃຊ້ກົດໝາຍຫ້າມເດັກອາຍຸຕ່ຳກວ່າ 16 ປີ ຫລິ້ນໂຊຊຽວມີເດຍ

/

ມາເລເຊຍ ເລີ່ມບັງຄັບໃຊ້ກົດໝາຍສະບັບໃໝ່ ຫ້າມເຍົາວະຊົນທີ່ມີອາຍຸຕ່ຳກວ່າ 16 ປີ ເປີດບັນຊີໂຊຊຽວມີເດຍ ຕັ້ງແຕ່ວັນທີ 1 ມິຖຸນາ 2026 ເປັນຕົ້ນໄປ ໂດຍມີເປົ້າໝາຍເພື່ອປົກປ້ອງເດັກນ້ອຍຈາກອັນຕະລາຍໃນໂລກອອນລາຍ ເປັນຕົ້ນແມ່ນ ການກັ່ນແກ້ງທາງໄຊເບີ (Cyberbullying), ການລໍ້ລວງ ແລະ ເນື້ອຫາທີ່ບໍ່ເໝາະສົມ.

ພາຍໃຕ້ກົດໝາຍດັ່ງກ່າວ, ແພັດຟອມໂຊຊຽວມີເດຍຕ່າງໆ ຈະຕ້ອງໄດ້ຕິດຕັ້ງລະບົບກວດສອບອາຍຸຂອງຜູ້ໃຊ້ງານຢ່າງມີປະສິດທິພາບ ຫາກບໍ່ປະຕິບັດຕາມອາດຖືກດຳເນີນຄະດີ ແລະ ຖືກປັບໄໝຕາມກົດໝາຍ. ໃນຂະນະດຽວກັນ, ບັນດາຜູ້ປົກຄອງ ແລະ ຜູ້ຊ່ຽວຊານດ້ານຄວາມປອດໄພອອນລາຍຈຳນວນຫລາຍ ຕ່າງກໍໄດ້ສະແດງທັດສະນະສະໜັບສະໜູນມາດຕະການນີ້ ເນື່ອງຈາກຈະຊ່ວຍຫລຸດ ຜ່ອນຄວາມສ່ຽງທີ່ເດັກນ້ອຍຈະຕ້ອງພົບໃນໂລກດີຈີຕອນ.

ແນວໃດກໍຕາມ, ຍັງມີຂໍ້ຖົກຖຽງກັນກ່ຽວກັບປະສິດທິພາບຂອງການກວດສອບອາຍຸ ແລະ ຄວາມເປັນໄປໄດ້ທີ່ເດັກນ້ອຍບາງສ່ວນອາດຈະຊອກຫາວິທີການເພື່ອຫລີກລ່ຽງຂໍ້ຈຳກັດດັ່ງກ່າວ. ໂດຍທາງລັດຖະ ບານມາເລເຊຍ ຢືນຢັນວ່າ ຈະຕິດຕາມຜົນຂອງການບັງຄັບໃຊ້ກົດໝາຍນີ້ຢ່າງໃກ້ຊິດ ແລະ ຈະປັບປຸງມາດຕະການໃຫ້ມີຄວາມເໝາະສົມຕໍ່ໄປ.

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.thangleuok.com/la
Thangleuok | ທາງຂອງຄົນມັກໂພສຕ໌ ເທັກໂນໂລຢີ. ແກັດເຈັດສ໌. ຣິວິວ. ຂ່າວ. ໜັງ. ວິດີໂອ. ເກມ. ກິລາ. ອານິເມ. ເງິນ. ລົດ. ໜັງ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຜູ້ຄົນ. ສຸຂະພາບ. ພອດແຄສ ແລະ ອື່ນໆ.

ຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

Facebook

ໂພສລ່າສຸດ