ຜູ້ກໍ່ຕັ້ງ ແລະ ຊີອີໂອຂອງ Xiaomi ທ່ານ Lei Jun ກ່າວວ່າ ປະຈຸບັນບໍລິສັດບໍ່ມີແຜນການທີ່ຈະເຂົ້າສູ່ຕະຫຼາດລົດຍົນສະຫະລັດ ຫຼັງຈາກຮູບພາບຂອງ Xiaomi SU7 Max ທີ່ກຳລັງຂັບຂີ່ຢູ່ເສັ້ນທາງ I-5 ໃນລັດ California ພ້ອມກັບປ້າຍທະບຽນລົດທົດສອບໃນທ້ອງຖິ່ນ. ລາວກ່າວວ່າ ລົດຄັນດັ່ງກ່າວອາດຈະຖືກຊື້ໂດຍຄູ່ແຂ່ງ ຫຼື ຜູ້ສະໜອງຂອງສະຫະລັດເພື່ອຈຸດປະສົງການປຽບທຽບ ແທນທີ່ຈະເປັນສ່ວນໜຶ່ງຂອງແຜນການເຂົ້າສູ່ຕະຫຼາດໃດໆ.
ກ່ອນໜ້ານີ້, ປະທານບໍລິສັດ Xiaomi ທ່ານ Lu Weibing ໄດ້ກ່າວວ່າ ບໍລິສັດມີແຜນທີ່ຈະຂະຫຍາຍທຸລະກິດລົດຍົນຂອງຕົນໄປສູ່ຕະຫຼາດຕ່າງປະເທດເລີ່ມຕົ້ນໃນປີ 2027.











