Tag: ລົດຍົນ

Uber ກຽມປົດພະນັກງງານກວ່າ 3,300 ຄົນ ປັບໂຄງສ້າງຄັ້ງໃຫຍ່ ເດີນໜ້າສູ່ຍຸກຍານຍົນໄຮ້ຄົນຂັບ

ບໍລິສັດ ອູເບີ ເທັກໂນໂລຢີ (Uber Technologies) ກຽມປັບໂຄງສ້າງອົງກອນຄັ້ງໃຫຍ່ ພ້ອມທັງຫລຸດຈຳນວນພະນັກງານລົງປະມານ 3,300 ຄົນ ຫລື 10% ເຊິ່ງຖືເປັນການປົດພະນັກງານຄັ້ງໃຫຍ່ທີ່ສຸດຂອງບໍລິສັດນັບຕັ້ງແຕ່ໄລຍະການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ. ການປັບປຸງຄັ້ງນີ້ ມີເປົ້າໝາຍເພື່ອຫລຸດຜ່ອນຂັ້ນຕອນການບໍລິຫານ ແລະ ຄວາມຊັບຊ້ອນພາຍໃນອົງກອນ ພາຍຫລັງທີ່ມີການຂະຫຍາຍຕົວຢ່າງໄວວາໃນໄລຍະທີ່ຜ່ານມາ. ທັງນີ້ກໍເພື່ອເຮັດໃຫ້ອົງກອນມີຄວາມກະທັດຮັດ, ສາມາດຕັດສິນໃຈໄດ້ໄວຂຶ້ນ ແລະ ນຳເອົາຕົ້ນທຶນທີ່ປະຢັດໄດ້ນັ້ນ ກັບໄປລົງທຶນໃນທຸລະກິດແຫ່ງອະນາຄົດ. ໜຶ່ງໃນທຸລະກິດທີ່ສຳຄັນນັ້ນຄື: ແທັກຊີໄຮ້ມີຄົນຂັບ ຫລື...

ໂຕໂຢຕາ ລົງທຶນເພີ່ມ 283 ລ້ານໂດລາ ຂະຫຍາຍການຜະລິດ EV ໃນຫວຽດນາມ

ໂຕໂຢຕາ ມໍເຕີ ຫວຽດນາມ (Toyota Motor Vietnam) ໄດ້ຮັບອະນຸມັດໂຄງການລົງທຶນເພີ່ມເຕີມ ມູນຄ່າຫລາຍກວ່າ 283 ລ້ານໂດລາສະຫະລັດ ເພື່ອຂະຫຍາຍການຜະລິດລົດຍົນ ແລະ ຊິ້ນສ່ວນໃນຫວຽດນາມ ລວມເຖິງເພີ່ມການປະກອບ ແລະ ຜະລິດລົດພະລັງງານໄຟຟ້າ ໂດຍໂຄງການດັ່ງກ່າວມີກຳລັງການຜະລິດປະມານ 52.000 ຄັນຕໍ່ປີ. ໂຄງການນີ້ໄດ້ຮັບການອະນຸມັດຈາກຄະນະກຳມະການປະຊາຊົນແຂວງ ຟູເທາະ (Phu Tho) ທາງຕອນເໜືອຂອງຫວຽດນາມ ເຊິ່ງກວມເອົາເນື້ອທີ່...

Toyota ສົ່ງບໍລິສັດລູກ TTML ເຂົ້າສູ່ທຸລະກິດປະກອບລົດຍົນຢ່າງເປັນທາງການໃນລາວ

ບໍລິສັດ Toyota Tsusho (ບໍລິສັດຍ່ອຍທາງການຄ້າຂອງ Toyota) ໄດ້ປະກາດສ້າງຕັ້ງບໍລິສັດໃໝ່ຄື Toyota Tsusho Manufacturing Laos Co., Ltd. (TTML) ເພື່ອເຂົ້າສູ່ທຸລະກິດປະກອບລົດຍົນຢ່າງເປັນທາງການໃນລາວ. ນີ້ເປັນການປ່ຽນແປງທີ່ສຳຄັນຈາກຈຸດສຸມກ່ອນໜ້ານີ້ໃນການນຳເຂົ້າລົດທີ່ປະກອບສຳເລັດຮູບ (CBU) ມາເປັນການສ້າງຕັ້ງໂຮງງານສຳລັບການຜະລິດ ແລະ ການບໍລິໂພກພາຍໃນປະເທດ. ສິ່ງນີ້ມີຈຸດປະສົງເພື່ອແກ້ໄຂຂໍ້ຈຳກັດດ້ານພາສີ, ຄ່າໃຊ້ຈ່າຍໃນການນຳເຂົ້າ, ແລະ ເສີມຂະຫຍາຍການແຂ່ງຂັນດ້ານລາຄາໃນຕະຫຼາດລາວທີ່ມີການເຕີບໂຕຢ່າງຕໍ່ເນື່ອງ. ຮູບແບບການຜະລິດຈະເປັນໂຮງງານປະກອບ KD (Knock...