Umoney ຜູ້ໃຫ້ບໍລິການແພຣັດຟອມການເງີນ ທີ່ໄດ້ຮັບອະນຸຍາດໄຫ້ປອ່ຍສິນເຊື່ອອອໄລນ໌ ເປັນລາຍທຳອິດໃນລາວ

/

ທະນາຄານແຫ່ງສປປລາວຊຸກຍູ້ການພັດທະນາການເງິນດິຈິຕອນພາຍໃຕ້ຂອບເຂດການຄວບຄຸມໂດຍຜ່ານRegulatory Sandbox.

ໂດຍສະຕາ ຟິນເທັກ ຈໍາກັດຜູ້ດຽວ ຜູ້ໃຫ້ບໍລິການແພລັດຟອມ Umoney ເຂົ້າຮ່ວມການທົດສອບບໍລິການສິນເຊື່ອດິຈິຕອນ (Digital Lending) ພາຍໃຕ້ຂອບເຂດຂອງການທົດສອບ Regulatory Sandbox ເຊິ່ງສອດຄ່ອງກັບແນວທາງຂອງທະນາຄານແຫ່ງ ສປປ ລາວ (ທຫລ) ໃນການຫັນປ່ຽນການເຄື່ອນໄຫວວຽກງານດ້ານສິນເຊື່ອກາຍເປັນທັນສະໄຫມ, ເສີມສ້າງການບໍລິຫານຄວາມສ່ຽງ ແລະ ຄ່ອຍໆຂະຫຍາຍໂອກາດເຂົ້າເຖິງບໍລິການທາງດ້ານການເງິນ.

ນະຄອນຫຼວງວຽງຈັນ – ໃນຊຸມປີທີ່ຜ່ານມາ, ທະນາຄານແຫ່ງ ສປປ ລາວ (Bank of the Lao PDR – BOL) ກໍາລັງດຳເນີນການປັບປຸງຂອບການບໍລິຫານຄຸ້ມຄອງເທື່ອລະບາດກ້າວ ເພື່ອຊຸກຍູ້ໃຫ້ລະບົບການເງິນພັດທະນາໄປໃນທິດທາງທີ່ທັນສະໄໝ, ປອດໄພ ແລະ ສອດຄ່ອງກັບການຫັນເປັນດິຈິຕອນຂອງເສດຖະກິດຫຼາຍຂຶ້ນ.

ໜຶ່ງໃນເຄື່ອງມືທີ່ ທຫລ ນຳມາໃຊ້ແມ່ນໂຄງການ Regulatory Sandbox ເຊິ່ງສ້າງສະພາບແວດລ້ອມໃຫ້ໂມເດວ ແລະ ໂຊລູຊັນຮູບແບບການເງິນໃໝ່ ໄດ້ຮັບການທົດສອບໃນຂອບເຂດທີ່ມີການຄວບຄຸມ ກ່ອນທີ່ຈະພິຈາລະນາຄວາມເປັນໄປໄດ້ເພື່ອຜັນຂະຫຍາຍໃນວົງກວ້າງຢູ່ທີ່ທ້ອງຕະຫຼາດ.

ແນວທາງນີ້ຊ່ວຍໃຫ້ອົງການຈັດຕັ້ງກວດກາ ແລະ ພາກສ່ວນທີ່ເຂົ້າຮ່ວມສາມາດຕິດຕາມຜົນໄດ້ຮັບຕົວຈິງ, ປະເມີນປະສິດທິພາບ, ຮັບຮູ້ເຖິງຄວາມສ່ຽງ ແລະ ຄ່ອຍໆປັບປຸງຮູບແບບໃຫ້ ເໝາະສົມກັບສະພາບຕະຫຼາດຂອງ ສປປ ລາວ.

ພາຍໃຕ້ຂອບເຂດດັ່ງກ່າວ, ທຫລ ໄດ້ອະນຸມັດໃຫ້ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ຫົວໜ່ວຍຜູ້ໃຫ້ບໍລິການແພລັດຟອມການເງິນດິຈິຕອນ Umoney, ເຂົ້າຮ່ວມທົດສອບບໍລິການສິນເຊື່ອດິຈິຕອນ (Digital Lending).

ໂຄງການດັ່ງກ່າວໄດ້ຮັບການດຳເນີນງານຕາມຂອບເຂດ, ກຸ່ມເປົ້າໝາຍ ແລະ ຂໍ້ກຳນົດດ້ານການຄຸ້ມຄອງທີ່ໄດ້ຮັບອະນຸມັດ ໂດຍມີຈຸດເນັ້ນ ໜັກຄວາມສໍາຄັນຢູ່ທີ່ຄວາມປອດໄພໃນການດຳເນີນງານ, ບໍລິຫານຄວາມສ່ຽງ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້.

ທະນາຄານແຫ່ງ ສປປ ລາວ ດຳເນີນການຈັດຕັ້ງ Regulatory Sandbox ເພື່ອສ້າງສະພາບແວດລ້ອມການທົດສອບທີ່ມີການຄວບຄຸມສຳລັບໂມເດວ ແລະ ໂຊລູຊັນຮູບແບບການເງິນໃໝ່. ສະຕາ ຟິນເທັກ ຈໍາກັດຜູ້ດຽວ ເຂົ້າຮ່ວມການທົດສອບບໍລິການ ສິນເຊື່ອດີຈີຕອນ (Digital Lending) ພາຍໃຕ້ຂອບເຂດໂຄງການດັ່ງກ່າວ ; ສອດຄ່ອງກັບທິດທາງນະໂຍບາຍສິນເຊື່ອຮອດປີ 2030

ການທົດສອບໂມເດວສິນເຊື່ອທີ່ປະຍຸກການນໍາໃຊ້ເຕັກໂນໂລຊີໄດ້ດຳເນີນຂຶ້ນໃນສະພາບການທີ່ ທຫລ ກຳລັງຮ່າງທິດທາງການຄຸ້ມຄອງນະໂຍບາຍສິນເຊື່ອຂອງ ສປປ ລາວ ຮອດປີ 2030 ແລະ ວິໄສທັດຮອດປີ 2035. ອີງຕາມທິດທາງດັ່ງກ່າວ, ເປົ້າໝາຍໂດຍລວມແມ່ນການສ້າງເງື່ອນໄຂໃຫ້ ສະຖາບັນການເງິນ ສາມາດຈັດສັນທຶນຮອນໄດ້ຢ່າງເໝາະສົມ ແລະ ມີປະສິດທິພາບ ພ້ອມທັງຮັກສາສະຖຽນລະພາບທາງການເງິນ ແລະ ມີສ່ວນຮ່ວມໃນການພັດທະນາເສດຖະກິດ -ສັງຄົມ.

ໃນຂະນະດຽວກັນ, ທຫລ ຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການພັດທະນາລະບົບຄຸ້ມຄອງສິນເຊື່ອໃນທິດທາງທີ່ຮັດກຸມ ແລະ ທັນສະໄໝ, ຮັກສາການຂະຫຍາຍຕົວຂອງສິນເຊື່ອໃຫ້ຢູ່ໃນລະດັບທີ່ເໝາະສົມ, ຍົກລະດັບຄຸນນະພາບສິນເຊື່ອ ແລະ ເພີ່ມປະສິດທິພາບການນໍາໃຊ້ເຄື່ອງມືບໍລິຫານຄວາມສ່ຽງ.

ທິດທາງດັ່ງກ່າວໄດ້ຮັບການຜັນຂະຫຍາຍໃຫ້ເປັນຮູບປະທຳຜ່ານ 11 ໂຄງການ ແລະ 30 ຕົວຊີ້ວັດສຳລັບໄລຍະຕໍ່ໜ້າ, ເຊິ່ງລວມມີການພັດທະນາໂຄງລ່າງພື້ນຖານຂໍ້ມູນສິນເຊື່ອ, ຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນ, ປັບປຸງຜະລິດຕະພັນສິນເຊື່ອ, ເສີມສ້າງເຄື່ອງມືຕິດຕາມ ແລະ ປະເມີນຄວາມສ່ຽງ, ຈັດການໜີ້ເສຍ ແລະ ພັດທະນາຊ່ອງທາງການສະໜອງເຊື່ອຮູບແບບໃໝ່.

ຟິນເທັກ (Fintech) ຍັງໄດ້ຮັບການກໍານົດຈາກ ທຫລ ໃຫ້ເປັນໜຶ່ງໃນເນື້ອໃນສຳຄັນຂອງຂະບວນການຫັນປ່ຽນການເຄື່ອນໄຫວວຽກງານດ້ານສິນເຊື່ອກາຍເປັນທັນສະໄຫມ. ເອກະສານທິດທາງຂອງ ທຫລ ໄດ້ກ່າວເຖິງການເພີ່ມທະວີການເຂົ້າເຖິງສິນເຊື່ອຜ່ານ Fintech ແລະ ພັດທະນາສະຖາບັນການເງິນທີ່ໃຫ້ບໍລິການ Fintech ໃນອີກຊຸມປີຂ້າງໜ້າ.

ໃນສະພາບການດັ່ງກ່າວ, Regulatory Sandbox ມີບົດບາດເປັນກົນໄກທີ່ເໝາະສົມເພື່ອໃຫ້ຮູບແບບໂມເດວໃໝ່ ໄດ້ຮັບການພິສູດເທື່ອລະບາດກ້າວໃນສະພາບແວດລ້ອມທີ່ມີການຄວບຄຸມ ພ້ອມທັງສ້າງພື້ນຖານທາງພາກປະຕິບັດເພີ່ມເຕີມສຳລັບຂະບວນການປັບປຸງນະໂຍບາຍ ແລະ ຂອບການຄຸ້ມຄອງໃນອະນາຄົດ.

ການທົດສອບຢ່າງຮອບຄອບກ່ອນຜັນຂະຫຍາຍວົງກວ້າງ ; ສຳລັບ ສະຕາ ຟິນເທັກ, ການເຂົ້າຮ່ວມ Regulatory Sandbox ກ່ອນອື່ນໝົດໄດ້ຮັບການກໍານົດໃຫ້ເປັນຂະບວນທົດສອບ ແລະ ສ້າງຂີດຄວາມສາມາດ ໂດຍຫຼີກເວັ້ນການຕັ້ງເປົ້າໝາຍຂະຫຍາຍຂະໜາດສິນເຊື່ອຢ່າງວ່ອງໄວ.

ໃນໄລຍະເລີ່ມຕົ້ນ, ບໍລິການ ສິນເຊື່ອດີຈີຕອນ (Digital Lending) ຈະຖືກຈັດຕັ້ງປະຕິບັດກັບກຸ່ມລູກຄ້າ ແລະ ກໍລະນີການນຳໃຊ້ທີ່ເໝາະສົມພາຍໃນຂອບເຂດທີ່ໄດ້ຮັບອະນຸມັດ. ສະຕາ ຟິນເທັກ ຈະມຸ່ງເນ້ນການປະເມີນຂະບວນການທັງ ໝົດນັບຕັ້ງແຕ່ການລະບຸ ແລະ ຢັ້ງຢືນຕົວຕົນຂອງລູກຄ້າ, ປະເມີນສິນເຊື່ອ, ປ້ອງກັນການສໍ້ໂກງ ໄປຈົນເຖິງ ຕິດຕາມຄຸນນະພາບສິນເຊື່ອ ແລະ ເກັບກູ້ໜີ້.

“ສິນເຊື່ອດີຈີຕອນ (Digital Lending) ບໍ່ໄດ້ເລີ່ມຕົ້ນຈາກລາຍການກູ້ຢືມ, ແຕ່ເລີ່ມຕົ້ນຈາກການທຳຄວາມເຂົ້າໃຈລູກຄ້າ, ນໍາໃຊ້ຂໍ້ມູນຢ່າງມີຄວາມຮັບຜິດຊອບ ແລະ ສ້າງຂີດຄວາມສາມາດໃນການຕັດສິນໃຈດ້ານສິນເຊື່ອທີ່ດີຂຶ້ນ” ທ່ານ ຮ່າ ຈ່ຽນ ຖັ່ງ (Ha Chien Thang) ຜູ້ອຳນວຍການໃຫຍ່ ສະຕາ ຟິນເທັກ, ແບ່ງປັນຄໍາຄິດເຫັນ.

ອີງຕາມຄຳກ່າວຂອງ ທ່ານ ຖັ່ງ (Thang), Regulatory Sandbox ຂອງ ທຫລ ຊ່ວຍສ້າງເງື່ອນໄຂໃຫ້ຮູບແບບໂມເດວ ໃໝ່ ສາມາດໄດ້ຮັບການພິສູດໃນສະພາບຕົວຈິງພາຍໃຕ້ຂອບການຄຸ້ມຄອງທີ່ຊັດເຈນ. “ໃນໄລຍະທຳອິດ, ລຳດັບຄວາມສຳຄັນຂອງ ສະຕາ ຟິນເທັກ ບໍ່ແມ່ນການຂະຫຍາຍຂະໜາດສິນເຊື່ອໃຫ້ວ່ອງໄວ, ແຕ່ແມ່ນການປະຕິບັດຕາມຂໍ້ກຳນົດຂອງ ທຫລ, ຮຽນຮູ້ຈາກຂໍ້ມູນຕົວຈິງ, ພິສູດຮູບແບບໂມເດວ ແລະ ຄ່ອຍໆສ້າງຂີດຄວາມສາມາດໃນການບໍລິຫານຄວາມສ່ຽງທີ່ຈໍາເປັນ ເພື່ອໃຫ້ ສິນເຊື່ອດີຈີຕອນ (Digital Lending) ສາມາດພັດທະນາໄດ້ຢ່າງປອດໄພ ແລະ ຍືນຍົງ.”

ສະຕາ ຟິນເທັກ ລະບຸວ່າການຂະຫຍາຍຂະໜາດຈະໄດ້ຮັບການພິຈາລະນາເທື່ອລະບາດກ້າວເທິງພື້ນຖານຂອງຜົນໄດ້ຮັບຕົວຈິງ, ຄຸນນະພາບສິນເຊື່ອ, ຂີດຄວາມສາມາດໃນການບໍລິຫານຄວາມສ່ຽງ ແລະ ຂໍ້ກຳນົດຂອງອົງການຄຸ້ມຄອງ.

ແນວທາງນີ້ຍັງສອດຄ່ອງກັບທິດທາງໂດຍລວມຂອງ ທຫລ, ໃນນັ້ນ ເປົ້າໝາຍການພັດທະນາສິນເຊື່ອຖືກກໍານົດຄຽງຄູ່ກັບຄວາມຕ້ອງການຄວບຄຸມຄຸນນະພາບ. ອີງຕາມເອກະສານທິດທາງຮອດປີ 2030, ທຫລ ຕັ້ງເປົ້າໝາຍຄຸ້ມຄອງການຂະຫຍາຍຕົວຂອງສິນເຊື່ອຢູ່ທີ່ປະມານ 14% ຕໍ່ປີ ແລະ ຮັກສາອັດຕາສ່ວນໜີ້ເສຍບໍ່ໃຫ້ເກີນ 3%.

ທ່ານ ຮ່າ ຈ່ຽນ ຖັ່ງ (Ha Chien Thang), ຜູ້ອຳນວຍການໃຫຍ່ ສະຕາ ຟິນເທັກ ນຳສະເໜີທິດທາງການຈັດຕັ້ງປະຕິບັດ ສິນເຊື່ອດີຈີຕອນ (Digital Lending) ໂດຍເນັ້ນການທົດສອບທີ່ມີການຄວບຄຸມ ແລະ ບໍລິຫານຄວາມສ່ຽງ.

ຈາກແພລັດຟອມການຊຳລະເງິນດິຈິຕອນສູ່ບໍລິການການເງິນດິຈິຕອນ ; ການທົດສອບບໍລິການ ສິນເຊື່ອດີຈີຕອນ (Digital Lending) ຍັງເກີດຂຶ້ນເທິງພື້ນຖານຂອງການພັດທະນາບໍລິການການເງິນດິຈິຕອນຢ່າງວ່ອງໄວໃນ ສປປ ລາວ ຊຸມປີທີ່ຜ່ານມາ.
.

ຈາກບົດລາຍງານການທົບທວນ ແຜນງານການເຂົ້າເຖິງບໍລິການການເງິນຂອງ ສປປ ລາວ (Lao PDR Financial Inclusion Roadmap 2018 – 2025) ອັດຕາສ່ວນມູນຄ່າການຊຳລະເງິນດິຈິຕອນໄດ້ເພີ່ມຂຶ້ນຈາກ 61% ໃນປີ 2019 ຂຶ້ນເປັນ 92% ໃນປີ 2024. ນອກຈາກນີ້, ເຄືອຂ່າຍຕົວແທນການເງິນນອກສາຂາຍັງມີການຂະຫຍາຍຕົວຢ່າງແຂງແຮງ, ເຊິ່ງສະແດງໃຫ້ເຫັນວ່າໂຄງລ່າງພື້ນຖານທີ່ຮອງຮັບບໍລິການການເງິນດິຈິຕອນໃນລາວກຳລັງຄ່ອຍໆຖືກສ້າງຂຶ້ນ ແລະ ພັດທະນາເທື່ອລະບາດກ້າວ.

ນີ້ຄືພື້ນຖານອຳນວຍຄວາມສະດວກໃຫ້ອົງການຄຸ້ມຄອງ ແລະ ຫົວໜ່ວຍຜູ້ໃຫ້ບໍລິການສາມາດສຶບຕໍ່ສຶກສາຄົ້ນຄວ້າໂມເດວການເງິນຮູບແບບໃໝ່ ທີ່ສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນ ແລະ ການພັດທະນາຂອງເສດຖະກິດດິຈິຕອນ.

Umoney ໄດ້ຮັບການເປີດຕົວຕັ້ງແຕ່ປີ 2018 ແລະ ຄ່ອຍໆພັດທະນາບໍລິການຊຳລະເງິນ, ໂອນເງິນ, ຊຳລະຄ່າໃບບິນ ແລະ ບັນດາບໍລິການສຳລັບຮ້ານຄ້າ (merchant). ການເຂົ້າຮ່ວມ Regulatory Sandbox ເປີດໂອກາດໃຫ້ ສະຕາ ຟິນເທັກ ສາມາດສຶກສາຄວາມເປັນໄປໄດ້ໃນການນຳໃຊ້ເຕັກໂນໂລຊີ ແລະ ຂໍ້ມູນເຂົ້າໃນຂອບເຂດການເງິນທີ່ມີຄວາມຫຍຸ້ງຍາກສັບສົນກໍ່ຄື ສິນເຊື່ອ ໄດ້ຫຼາຍຂຶ້ນ.

ສຳລັບ ສະຕາ ຟິນເທັກ ແລ້ວ ສິນເຊື່ອດີຈີຕອນ (Digital Lending) ບໍ່ໄດ້ຖືກເບິ່ງວ່າເປັນພຽງຜະລິດຕະພັນໃໝ່, ແຕ່ແມ່ນຂະບວນການສ້າງຂີດຄວາມສາມາດທາງດ້ານຂໍ້ມູນ, ເຕັກໂນໂລຊີ, ການປະເມີນສິນເຊື່ອ ແລະ ບໍລິຫານຄວາມສ່ຽງເທື່ອລະບາດກ້າວ. ຜົນໄດ້ຮັບຈາກການທົດສອບໃນແຕ່ລະຄັ້ງຈະຖືກນຳມາໃຊ້ເພື່ອປັບປຸງນະໂຍບາຍ, ຮູບແບບໂມເດວປະເມີນ ແລະ ວິທີການໃຫ້ບໍລິການລູກຄ້າຕໍ່ໄປ.

Umoney ຄ່ອຍໆຂະຫຍາຍບໍລິການການເງິນດິຈິຕອນ ແລະ ເຄືອຂ່າຍການໃຫ້ບໍລິການລູກຄ້າ ເພື່ອປະກອບສ່ວນນຳເອົາບໍລິການການເງິນທີ່ສະດວກສະບາຍ ແລະ ປອດໄພເຂົ້າໃກ້ປະຊາຊົນຫຼາຍຍິ່ງຂຶ້ນ ; ຮ່ວມເດີນທາງໄປພ້ອມກັບຂະບວນການເຊື່ອມໂຍງລະບົບນິເວດການເງິນດິຈິຕອນໃນ ສປປ ລາວ

ຄວາມໝາຍຂອງ Regulatory Sandbox ບໍ່ໄດ້ຈຳກັດຢູ່ພຽງແຕ່ການສ້າງເງື່ອນໄຂໃຫ້ຜະລິດຕະພັນ ຫຼື ຮູບແບບໂມເດວໃໝ່ໄດ້ຮັບການທົດສອບເທົ່ານັ້ນ, ແຕ່ທີ່ສຳຄັນຫຼາຍກວ່ານັ້ນ, ກົນໄກດັ່ງກ່າວສ້າງສະພາບແວດລ້ອມໃຫ້ອົງການຄຸ້ມຄອງ ແລະ ພາກສ່ວນທີ່ເຂົ້າຮ່ວມໄດ້ສະສົມປະສົບການຕົວຈິງກ່ຽວກັບເຕັກໂນໂລຊີ, ຂໍ້ມູນ, ການບໍລິຫານຄວາມສ່ຽງ, ປົກປ້ອງຜູ້ຊົມໃຊ້ ແລະ ການດຳເນີນງານບໍລິການທາງດ້ານການເງິນຮູບແບບໃໝ່.

ໂດຍຜ່ານຂະບວນການນີ້, ບົດຮຽນຈາກພາກປະຕິບັດຕົວຈິງສາມາດສະໜັບສະໜູນ ທຫລ ໃນການປັບປຸງນະໂຍບາຍ ແລະ ຂອບເຂດການຄຸ້ມຄອງໃຫ້ສອດຄ່ອງກັບການພັດທະນາຂອງຕະຫຼາດໄດ້ຢ່າງຕໍ່ເນື່ອງ. ໃນຂະນະດຽວກັນ ກໍ່ຊ່ວຍໃຫ້ວິສາຫະກິດ ມີຄວາມເຂົ້າໃຈທີ່ຊັດເຈນຫຼາຍຂຶ້ນກ່ຽວກັບຂໍ້ກຳນົດທີ່ຈຳເປັນໃນການພັດທະນາບໍລິການຢ່າງປອດໄພ ແລະ ຍືນຍົງ.

ສະຕາ ຟິນເທັກ ໃຫ້ຮູ້ວ່າບໍລິສັດຈະຍັງສືບຕໍ່ປະສານງານຢ່າງຮັດແໜ້ນກັບ ທຫລ ຕະຫຼອດໄລຍະເວລາການທົດສອບ, ປະຕິບັດຕາມຂໍ້ກຳນົດດ້ານການຄຸ້ມຄອງຢ່າງຄົບຖ້ວນ ແລະ ນໍາໃຊ້ຜົນໄດ້ຮັບຕົວຈິງເພື່ອພັດທະນາເຕັກໂນໂລຊີ, ຂະບວນການດຳເນີນງານ ແລະ ລະບົບບໍລິຫານຄວາມສ່ຽງໃຫ້ສົມບູນຍິ່ງຂຶ້ນ.

ໃນໄລຍະຍາວ, ການເຊື່ອມຕໍ່ລະຫວ່າງທິດທາງນະໂຍບາຍຂອງ ທຫລ, ການພັດທະນາໂຄງລ່າງພື້ນຖານການເງິນດິຈິຕອນ ແລະ ຂີດຄວາມສາມາດທາງດ້ານເຕັກໂນໂລຊີຂອງຫົວໜ່ວຍອົງກອນທີ່ເຂົ້າຮ່ວມທ້ອງຕະຫຼາດ ຄາດວ່າຈະສ້າງພື້ນຖານ ເພື່ອໃຫ້ການເງິນດິຈິຕອນມີປະກອບສ່ວນຢ່າງເລິກເຊິ່ງຫຼາຍຂຶ້ນຕໍ່ກັບເປົ້າໝາຍການເງິນແບບທົ່ວເຖິງ ແລະ ການພັດທະນາເສດຖະກິດ – ສັງຄົມ ຂອງ ສປປ ລາວ.

Umoney ຄືແພລັດຟອມບໍລິການການເງິນດິຈິຕອນທີ່ດຳເນີນງານໂດຍ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ, ເຊິ່ງເປັນບໍລິສັດໃນເຄືອຂ່າຍຂອງ ສະຕາ ໂທລະຄົມ (Unitel) ຢູ່ ສປປ ລາວ, ເປີດຕົວໃຫ້ບໍລິການຄັ້ງທຳອິດໃນປີ 2018 ດ້ວຍບໍລິການກະເປົາເງິນມືຖື (mobile money) ແລະ ໄດ້ຄ່ອຍໆຂະຫຍາຍລະບົບນິເວດບໍລິການຊຳລະເງິນ, ໂອນເງິນ, ຊຳລະຄ່າໃບບິນ, ບໍລິການຮ້ານຄ້າ ແລະ ໂຊລູຊັນການເງິນດິຈິຕອນ ໂດຍມຸ່ງເນ້ນການໃຫ້ບໍລິການທີ່ສະດວກສະບາຍ, ປອດໄພ ແລະ ເໝາະສົມກັບຄວາມຕ້ອງການຂອງປະຊາຊົນລາວ.

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.thangleuok.com/la
Thangleuok | ທາງຂອງຄົນມັກໂພສຕ໌ ເທັກໂນໂລຢີ. ແກັດເຈັດສ໌. ຣິວິວ. ຂ່າວ. ໜັງ. ວິດີໂອ. ເກມ. ກິລາ. ອານິເມ. ເງິນ. ລົດ. ໜັງ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຜູ້ຄົນ. ສຸຂະພາບ. ພອດແຄສ ແລະ ອື່ນໆ.

ຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

Facebook

ໂພສລ່າສຸດ