Meta ເປີດຕົວ Muse Spark 1.1, ໂມເດວ AI ທີ່ເນັ້ນຄວາມສາມາດໃນການຄວມຄຸມຄອມພິວເຕີ (computer use) ແລະຄວາມສາມາດໃນການຂຽນໂຄ້ດ ເຖີງແມ່ນວ່າຄະແນນຜົນທົດສອບຂອງມັນຊ້າກວ່າ Opus ຫຼື GPT,ກໍ່ຕາມ ແຕ່ ຜົນທົດສອບພາຍໃນຂອງ Meta ແມ່ນອອກມາໃກ້ຄຽງກັນ.
ເຖີງແມ່ນວ່າຄະແນນຜົນທົດສອບບໍ່ໄດ້ສະແດງໃຫ້ເຫັນວ່າ Meta ກັບຂື້ນມາເປັນຜູ້ນຳ ກໍ່ຕາມ, ແຕ່ Muse Spark ກໍ່ຢູ່ໃນກຸ່ມອັນດັບຕົ້ນໆ ຂອງໂມເດວ AI . Meta ກຳລັງສຸມໃສ່ການຫັນໄປທຳງານແບບ multi-agent ທີ່ວາງແຜນໄດ້ສັບຊ້ອນ, ເຊິ່ງສາມາດຄວບຄຸມແອັບພລິເຄຊັນຄອມພິວເຕີຫຼາຍອັນ.

Muse Spark 1.1 ເປີດຂາຍແບບAPI ສາມາດຊື້ໄດ້ຜ່ານ Meta Model API, ເຊິ່ງຕອນນີ້ຍັງບໍ່ຮອງຮັບ ໃນລາວ ແລະ ໄທ. ລາຄາແມ່ນ $1.25/$4.25 ຕໍ່ລ້ານໂທເຄັນ, ແລະ $0.15 ຕໍ່ລ້ານໂທເຄັນທີ່ມີ caching, ພ້ອມກັບບໍລິການຄົ້ນຫາເວັບໃນລາຄາ $2.50 ຕໍ່ການຄົ້ນຫາ 1,000 ເທື່ອ.

ແຫຼ່ງຂໍ້ມູນ – Meta











