Huawei ໄດ້ເປີດຕົວລະບົບປະຕິບັດການ HarmonyOS 6 ລຸ້ນໃໝ່ພ້ອມປະກາດວ່າໂທລະສັບລຸ້ນ Mate 80 ຈະເປັນໂທລະສັບລຸ້ນເຮືອທົງທຳອິດຂອງບໍລິສັດທີ່ມາພ້ອມລະບົບປະຕິວັດການໃໝ່ນີ້. ການອັບເດດນີ້ເນັ້ນໜັກເຖິງແນວຄວາມຄິດຂອງ “ຄວາມລຽບງ່າຍ, ສະຫຼາດ, ແລະ ປອດໄພ.”
ການເຊື່ອມໂຍງຊອບແວ ແລະ ຮາດແວຢ່າງເລິກເຊິ່ງສະໜອງປະສົບການອັດສະລິຍະທີ່ດີເລີດໃນທຸກອຸປະກອນຕ່າງໆ. ລຸ້ນ Mate 80 ຄາດວ່າຈະເປີດຕົວໃນທ້າຍເດືອນພະຈິກ ແລະ ຈະເປັນອຸປະກອນທຳອິດທີ່ເປີດຕົວພ້ອມ HarmonyOS 6, ຂັບເຄື່ອນດ້ວຍຊິບເຊັດ Kirin 9030.
ການເປີດຕົວຄັ້ງນີ້ໝາຍເຖິງວິວັດທະນາການຂອງ HarmonyOS ຂອງ Huawei ໃນຖານະລະບົບທີ່ເປັນອິດສະຫຼະຈາກ Android ແລະ iOS. HarmonyOS 6 ເປັນການອັບເດດໃຫຍ່ຄັ້ງທີຫົກຂອງ Huawei ນັບຕັ້ງແຕ່ການປ່ອຍ HarmonyOS ລຸ້ນທຳອິດໃນເດືອນສິງຫາ 2019.
Huawei ກ່າວວ່າ HarmonyOS 6 ສະໜອງຄວາມຄ່ອງແຄ້ວທີ່ດີກວ່າ ປະສິດທິພາບໄດ້ເພີ່ມຂຶ້ນ 15% ກວ່າອຸປະກອນທີ່ໃຊ້ເປັນ HarmonyOS 5 ແລະ 40% ສຳລັບອຸປະກອນທີ່ໃຊ້ HarmonyOS 4.
ປະຈຸບັນມີອຸປະກອນຫຼາຍກວ່າ 23 ລ້ານເຄື່ອງທີ່ກຳລັງໃຊ້ HarmonyOS 5, ແລະ ແອັບຫຼັກໆເຊັ່ນ WeChat ໄດ້ຮັບການອັບເດດຄວາມເຂົ້າກັນໄດ້. Xiaoyi, ຜູ້ຊ່ວຍ AI ພື້ນຫັຼກຂອງ Huawei, ໄດ້ຮັບການຍົກລະດັບໃຫ້ເປັນຮູບແບບການບໍລິການແບບ proactive, ເຊິ່ງສາມາດຈັດການວຽກງານທີ່ສັບສົນດ້ວຍຄຳສັ່ງດຽວ, ຕັ້ງແຕ່ການວາງແຜນການເດີນທາງ, ການເຊັກອິນ, ແລະ ການນັດໝາຍທາງການແພດ. Xiaoyi ຮອງຮັບ 16 ພາສາ ແລະ ການຮັບຮູ້ຮູບພາບສຳລັບຜູ້ໃຊ້ທີ່ມີຄວາມບົກຜ່ອງທາງສາຍຕາ.
ປະຈຸບັນ Xiaoyi ໃຫ້ບໍລິການຜູ້ຊ່ວຍ AI HarmonyOS ຫຼາຍກວ່າ 80 ແອັບ ຄອບຄຸມຂະແໜງການດູແລສຸຂະພາບ, ການທ່ອງທ່ຽວ, ແລະ ການບັນເທີງ. HarmonyOS 6 ປະກອບມີຄຸນສົມບັດຄວາມເປັນສ່ວນຕົວ ແລະ ຄວາມປອດໄພທີ່ດີຂຶ້ນ, ລວມທັງການແຈ້ງເຕືອນຄວາມສ່ຽງແບບ proactive ທີ່ສາມາດກວດພົບການສໍ້ໂກງທີ່ອາດເກີດຂຶ້ນໄດ້ຫຼາຍປະເພດໂດຍອັດຕະໂນມັດໃນລະຫວ່າງການໂທເຂົ້າ.
ຜູ້ໃຊ້ຍັງສາມາດແບ່ງປັນໄຟລ໌ໄດ້ຢ່າງປອດໄພ, ຈຳກັດການເຂົ້າເຖິງຜູ້ຮັບສະເພາະ ຫຼື ຕັ້ງຄ່າໄຟລ໌ໃຫ້ທຳລາຍຕົວເອງຫຼັງຈາກການເບິ່ງຄັ້ງດຽວ.
Huawei Mate 80 ຄາດວ່າຈະເປີດຕົວໃນກາງຫາທ້າຍເດືອນພະຈິກ, ໂດຍການຂາຍຈະເລີ່ມຕົ້ນໃນຕົ້ນເດືອນທັນວາ. ທຸກລຸ້ນຈະມາພ້ອມກັບ HarmonyOS 6 ແລະ ຈະຖືກຂັບເຄື່ອນດ້ວຍໂປເຊດເຊີ Kirin 9030 ທີ່ມີການລະບາຍຄວາມຮ້ອນແບບ active ເປັນຄັ້ງທຳອິດ. ອີງຕາມ MyDrivers ລາຍງານ, ແບັດເຕີຣີໃນຊຸດນີ້ຈະປະກອບດ້ວຍແບັດເຕີຣີຊິລິໂຄນ-ຄາບອນ 6,000mAh, ແລະ ບາງລຸ້ນອາດຈະຮອງຮັບການສາກໄວແບບມີສາຍ 100W ແລະ ແບບໄຮ້ສາຍ 80W.











