X ໄດ້ປະກາດການປ່ຽນແປງໂຄງການສ້າງລາຍໄດ້ສຳລັບຜູ້ສ້າງທີ່ມີບັນຊີທີ່ໄດ້ຮັບການຢືນຢັນແລ້ວ (ເຄື່ອງໝາຍຖືກສີຟ້າ).
ໂດຍການສ້າງລາຍໄດ້ ຮູບແບບເກົ່າຈະສືບຕໍ່ໃຊ້ໄດ້ໄປຈົນຮອດວັນທີ 7 ກັນຍາ 2026, ໂດຍມີການຈ່າຍເງິນຕາມປົກກະຕິ, ແຕ່ການລົງທະບຽນບັນຊີໃໝ່ໄດ້ປິດແລ້ວ, ມີຜົນບັງຄັບໃຊ້ທັນທີ.
X ຈະເປີດຕົວໂຄງການສ້າງລາຍໄດ້ໃໝ່ທີ່ເອີ້ນວ່າໂຄງການລາງວັນເນື້ອຫາຕົ້ນສະບັບ, ເຊິ່ງເປີດໃຫ້ລົງທະບຽນຕັ້ງແຕ່ວັນທີ 8 ກັນຍາ 2026, ຜ່ານ Creator Studio.
X ກ່າວວ່າຄວາມແຕກຕ່າງໃນໂຄງການລາງວັນເນື້ອຫາຕົ້ນສະບັບແມ່ນວ່າມັນໃຫ້ລາງວັນແກ່ຜູ້ສ້າງທີ່ຜະລິດເນື້ອຫາຕົ້ນສະບັບສຳລັບ X, ລວມທັງຂ່າວ, ຄວາມຮູ້, ການເລົ່າເລື່ອງ, ແລະ ຄວາມບັນເທີງ.
ບັນຊີທີ່ມີສິດໄດ້ຮັບຕ້ອງມີການສະໝັກໃຊ້ X Premium ຢ່າງໜ້ອຍ, ຜູ້ຕິດຕາມທີ່ໄດ້ຮັບການຢືນຢັນ 500 ຄົນ, ແລະ ເນື້ອຫາຂອງພວກເຂົາຕ້ອງໄດ້ເຫັນໃນຟີດຂອງບັນຊີທີ່ໄດ້ຮັບການຢືນຢັນອື່ນໆຢ່າງໜ້ອຍ 500,000 ເທື່ອໃນ 90 ມື້ຜ່ານມາ (ບໍ່ລວມການຕອບກັບ).
ຫຼັງຈາກນັ້ນ, X ໄດ້ອະທິບາຍລາຍລະອຽດກ່ຽວກັບສິ່ງທີ່ປະກອບເປັນເນື້ອຫາທີ່ບໍ່ແມ່ນຕົ້ນສະບັບ, ໂດຍໃຫ້ຕົວຢ່າງຕໍ່ໄປນີ້ :
- ການຄັດລອກເນື້ອຫາຈາກບັນຊີອື່ນໃນ X.
- ຮູບພາບ ຫຼື ວິດີໂອທີ່ດາວໂຫຼດມາຈາກບັນຊີອື່ນ ແລະ ອັບໂຫຼດຄືນໃໝ່.
- ໂພສທີ່ໃຊ້ວິດີໂອຂອງຄົນອື່ນ ແລະ ເພີ່ມຄຳບັນຍາຍທີ່ອະທິບາຍພຽງແຕ່ສິ່ງທີ່ເກີດຂຶ້ນ ຫຼື ບໍ່ກ່ຽວຂ້ອງກັບເນື້ອຫາ.
- ໂພສ໌ວິດີໂອແນວຣິແອັກຊັນທີ່ບໍ່ໄດ້ເພີ່ມມູນຄ່າຫຼາຍໃຫ້ກັບເນື້ອຫາ.
ທີ່ມາ : XCreators











