Threads, ແພລດຟອມສັງຄົມໂຊຊຽວແບບໄມໂຄຣບລັອກກີ້ງທີ່ອີງໃສ່ຂໍ້ຄວາມຂອງ Meta ທີ່ຖືກອອກແບບມາເພື່ອແຂ່ງຂັນກັບ X, ໄດ້ປະກາດວ່າມັນມີຜູ້ໃຊ້ງານຫຼາຍກວ່າ 500 ລ້ານຄົນຕໍ່ເດືອນ (MAUs).
Meta ກ່າວວ່າຕົວເລກນີ້ສະທ້ອນໃຫ້ເຫັນເຖິງການປັບປຸງຢ່າງຕໍ່ເນື່ອງຂອງແພລດຟອມໂດຍອີງໃສ່ຄຳຕິຊົມຂອງຜູ້ໃຊ້ , ຕົວເລກ 500 ລ້ານຄົນນີ້ແມ່ນການເພີ່ມຂຶ້ນ 100 ລ້ານຄົນຈາກເດືອນສິງຫາຂອງປີກາຍ, ທີ່ Threads ເຄີຍລາຍງານວ່າມີຜູ້ໃຊ້ 400 ລ້ານຄົນ.

Threads ຍັງໄດ້ປະກາດຄຸນສົມບັດໃໝ່ຫຼາຍຢ່າງເພື່ອສະເຫຼີມສະຫຼອງຈຸດສຳຄັນນີ້ເຊັ່ນ :
Community, ລວມທັງ Hub ສຳລັບການຄົ້ນຫາທີ່ງ່າຍຂຶ້ນ, ໄອຄອນຫ້ອງສົນທະນາໃໝ່, ແຖບສະຖານະສຳລັບຫົວຂໍ້ທີ່ໃກ້ຈະເລື່ອນຊັ້ນເປັນສະຖານະເປັນຊຸມຊົນ, ແລະອື່ນໆ.
Your Algo ຊ່ວຍໃຫ້ຜູ້ໃຊ້ສາມາດປັບແຕ່ງອັລກໍຣິທຶມເພື່ອເລືອກເນື້ອຫາໂດຍອີງໃສ່ຄວາມສົນໃຈຂອງເຂົາເຈົ້າ, ຄ້າຍຄືກັບ Instagram, ແຕ່ຄຸນສົມບັດນີ້ປະຈຸບັນມີໃຫ້ບໍລິການສະເພາະໃນບາງປະເທດເທົ່ານັ້ນ, ຍັງບໍ່ທັນລວມເຖິງປະເທດໄທ.
ທີ່ມາ : Meta











