ຟີຟ່າ ກຽມຫາລື ເພີ່ມທີມບານໂລກ ຈາກ 48 ທີມ ເພີ່ມເປັນ 64 ທີມ ໃນປີ 2030

/

ປະທານສະຫະພັນບານເຕະນານາຊາດ (FIFA) ຈານນີ ອິນຟານຕິໂນ ເປີດເຜີຍວ່າ ຟີຟ່າ ຈະຫາລືຄວາມເປັນໄປໄດ້ໃນການເພີ່ມທີມເຂົ້າຮ່ວມການແຂ່ງຂັນບານເຕະໂລກ ຮອບສຸດທ້າຍ ອີກ 16 ທີມ ເຊິ່ງຈະເຮັດໃຫ້ເພີ່ມຈາກ 48 ທີມ ເປັນ 64 ທີມ ໃນປີ 2030.

ແນວຄິດນີ້ມີຂຶ້ນເພື່ອເປີດໂອກາດໃຫ້ປະເທດຕ່າງໆ ທົ່ວໂລກໄດ້ມີສ່ວນຮ່ວມຫຼາຍຂຶ້ນ ເພາະບານໂລກບໍ່ແມ່ນພຽງແຕ່ເລື່ອງຂອງທະວີບເອີຣົບ ແລະ ອາເມຣິກາໃຕ້ເທົ່ານັ້ນ ທັງຍັງເປັນການສະເຫຼີມສະຫຼອງຄົບຮອບ 100 ປີ ຂອງການຈັດການແຂ່ງຂັນຟຸດບອນໂລກໃນປີ 2030 ອີກດ້ວຍ ໂດຍເລື່ອງນີ້ຈະຖືກນຳເຂົ້າຫາລືໃນກອງປະຊຸມຄະນະກຳມະການຟີຟ່າ ທັນທີຫຼັງຈາກຈົບການແຂ່ງຂັນບານໂລກ 2026.

ອິນຟານຕິໂນ ກ່າວວ່າ: “ທຸກໆປະເທດຄວນໄດ້ຮັບໂອກາດໃນການໃຝ່ຝັນທີ່ຈະເຂົ້າຮ່ວມແຂ່ງຂັນບານໂລກ ປັດຈຸບັນທຸກທີມທົ່ວໂລກມີຄຸນນະພາບສູງ ແລະ ຈະສູງຂຶ້ນເລື້ອຍໆ ຖ້າພວກເຮົາບໍ່ໃຫ້ໂອກາດປະເທດນ້ອຍໆ ໄດ້ເຂົ້າຮ່ວມແຂ່ງຂັນ ພວກເຂົາກໍຈະຂາດແຮງຈູງໃຈໃນການພັດທະນາຕົນເອງຢ່າງຕໍ່ເນື່ອງ”.

ສຳລັບການແຂ່ງຂັນບານໂລກ 2030 ຈະຈັດຂຶ້ນໃນ 6 ປະເທດ ຈາກ 3 ທະວີບ ໂດຍມີ ໂມຣັອກໂກ, ໂປຕູເກດ ແລະ ສະເປນ ເປັນເຈົ້າພາບຫຼັກ. ສ່ວນ ອູຣູກວາຍ (ເຈົ້າພາບບານໂລກຄັ້ງທຳອິດໃນປີ 1930), ອາເຈນຕິນາ (ແຊ້ມບານໂລກ 2022) ແລະ ປາຣາກວາຍ (ທີ່ຕັ້ງສຳນັກງານໃຫຍ່ CONMEBOL) ຈະໄດ້ຮັບກຽດຈັດການແຂ່ງຂັນນັດສະເຫຼີມສະຫຼອງຄົບຮອບ 100 ປີ ປະເທດລະ 1 ນັດ.

ອິນທະນົນ ພົມມະຈັນ
ອິນທະນົນ ພົມມະຈັນhttps://www.thangleuok.com/la
Thangleuok | ທາງຂອງຄົນມັກໂພສຕ໌ ເທັກໂນໂລຢີ. ແກັດເຈັດສ໌. ຣິວິວ. ຂ່າວ. ໜັງ. ວິດີໂອ. ເກມ. ກິລາ. ອານິເມ. ເງິນ. ລົດ. ໜັງ. ອາຫານ. ທ່ອງທ່ຽວ. ບັນເທີງ. ສັດ. ຜູ້ຄົນ. ສຸຂະພາບ. ພອດແຄສ ແລະ ອື່ນໆ.

ຄຳເຫັນ

ອອກ​ຈາກ REPLY ເປັນ

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້

Facebook

ໂພສລ່າສຸດ