Huawei ໄດ້ເປີດຕົວຫລັກການອອກແບບຊິບແບບໃໝ່ທີ່ເອີ້ນວ່າ: Tau Scaling Law ຫລື ກົດຂອງເຫີ (Her’s Law) ເຊິ່ງຖືເປັນ “ໝາກເດັດ” ເພື່ອກ້າວຂ້າມຂໍ້ຈໍາກັດກົດຂອງມົວຣ໌ (Moore’s Law) ເຊິ່ງແທນທີ່ຈະອາໄສການຫລຸດຂະໜາດທຣານຊິສເຕີໃຫ້ນ້ອຍລົງເລື້ອຍໆ (Geometric Scaling), ແຕ່ກົດຂອງເຫີຈະແນໃສ່ການຫລຸດຄວາມໜ່ວງຂອງສັນຍານ (Signal Delay) ແລະ ເພີ່ມຄວາມໜາແໜ້ນຂອງທຣານຊິສເຕີ ເພື່ອຍົກລະດັບພະລັງການປະມວນຜົນ.
Huawei ໃຊ້ເຕັກໂນໂລຊີຕົ້ນຕໍຄື LogicFolding ຮ່ວມກັບການປັບແຕ່ງແບບຫລາຍລະດັບ ນັບແຕ່ລະດັບອຸປະກອນ, ວົງຈອນ, ຊິບ ຈົນເຖິງລະບົບພາບລວມເຊັ່ນ: ການໃຊ້ UnifiedBus ເພື່ອຫລຸດຄວາມໜ່ວງ ແລະ ເພີ່ມປະສິດທິພາບການປະມວນຜົນຢ່າງເປັນລະບົບ.
ດ້ວຍແນວທາງໃໝ່ນີ້ Huawei ຕັ້ງເປົ້າວ່າຈະສາມາດພັດທະນາເຕັກໂນໂລຊີຊິບທຽບເທົ່າລະດັບ 1.4 ນາໂນແມັດ (14 Angstrom) ໄດ້ພາຍໃນປີ 2031 ເຊິ່ງຈະຕາມຫລັງຜູ້ນໍາຕະຫລາດຄື TSMC ແລະ Intel ທີ່ວາງແຜນເລີ່ມຜະລິດຊິບ 1.4 ນາໂນແມັດໃນປີ 2028-2029 ພຽງບໍ່ເທົ່າໃດປີເທົ່ານັ້ນ.
ໄລຍະ 6 ປີຜ່ານມາ, Huawei ໄດ້ນໍາເອົາຫລັກການນີ້ໄປປັບໃຊ້ໃນການອອກແບບຊິບແລ້ວເຖິງ 381 ປະເພດ. ຊິບຕົວທໍາອິດທີ່ຈະນໍາເອົາກົດນີ້ມາໃຊ້ຢ່າງເຕັມຮູບແບບຄື ຊິບເຊັດຕະກູນ Kirin ລຸ້ນໃໝ່ທີ່ຈະຖືກນໍາໃຊ້ໃນສະມາດໂຟນເຮືອທຸງພາຍໃນປີນີ້ ລວມທັງຈະຖືກນໍາໄປໃຊ້ໃນຜະລິດຕະພັນຊິບປະມວນຜົນ AI ອື່ນໆ ຂອງບໍລິສັດ.
ທີ່ມາ : ໜັງສືພິມ ລາວພັດທະນາ











