Travel

Explore

Enjoy

Latest Articles

ໃນ​ການ​ແຂ່ງ​ຂັນ ​ເຕະ​ບານ​ໂລກ ຮອບ​ຊີງ​ຊະ​ນະເລີດ ​ທີ່​ຮ່ວມ​ກັນ​ຈັດ​ຂຶ້ນ​ໂດຍ ສ.​ອາ​ເມ​ຣິ​ກາ, ກາ​ນາ​ດາ ແລະ ແມັກ​ຊິກ, ຈາກ​ຜົນ​ການ​ແຂ່ງ​ຂັນ ​ຊີງ​ຊະ​ນະ​ເລີດ, ທີມ​ແອັດ​ສະ​ປາຍ​ ເອົາ​​ຊະ​ນະທີມອາກ​ຊັງ​ຕິນ ດ້ວຍ​ປະ​ຕູ 1:0 ເຊິ່ງ​ເຮັດ​ໃຫ້​ແອັດ​ສະ​ປາຍ ​ຄອງ​ແຊັມ​ຄັ້ງ​ທີ​ສອງ​ ໃນ​ປະ​ຫວັດ​ສາດ. ຫລັງ​ຈາກ ​ການ​ເອົາ​ຊະ​ນະ​ໃນ​ຄັ້ງ​ນີ້, ທີມ​ແອັດ​ສະ​ປາຍ ​ໄດ້​ຮັກ​ສາ​ສະ​ຖິ​ຕິ ​ບໍ່​ເສຍ​ໄຊ 38 ຄັ້ງ ຕິດ​ຕໍ່​ກັນໃນການ​ແຂ່ງ​ຂັນ, ເປັນ​ສະ​ຖິ​ຕິ​ຍາວ​ກ່ອນ​ໝູ່​ຂອງ​ທີມ ​ເອີ​ຣົບ.ທີມແອັດ​ສະ​ປາຍ ​ເຄີຍ​ເປັນ​ແ​ຊັມ​ໃນ​ການ​ແຂ່ງ​ຂັນ ​ຊີງ​ຊະ​ນະ​ເລີດ​ເອີ​ຣົບ ​ປີ 2008 ແລະ ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ປີ 2010. ຕໍ່​ມາ, ທີມແອັດ​ສະ​ປາຍ​ ໄດ້​ຄອງ​ແ​ຊັມ​ໃນ​ການ​ແຂ່ງ​ຂັນ ​ຊີງ​ຊະ​ນະ​ເລີດ ​ເອີ​ຣົບ​ປີ 2024 ແລະ ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ​ປີ 2026 ເຊິ່ງເປັນ​ຄັ້ງ​ທີ 2 ທີ່​ໄດ້​ຄອງ​ແ​ຊັມ​ຕິດ​ຕໍ່​ກັນ.
ປະທານສະຫະພັນບານເຕະນານາຊາດ (FIFA) ຈານນີ ອິນຟານຕິໂນ ເປີດເຜີຍວ່າ ຟີຟ່າ ຈະຫາລືຄວາມເປັນໄປໄດ້ໃນການເພີ່ມທີມເຂົ້າຮ່ວມການແຂ່ງຂັນບານເຕະໂລກ ຮອບສຸດທ້າຍ ອີກ 16 ທີມ ເຊິ່ງຈະເຮັດໃຫ້ເພີ່ມຈາກ 48 ທີມ ເປັນ 64 ທີມ ໃນປີ 2030. ແນວຄິດນີ້ມີຂຶ້ນເພື່ອເປີດໂອກາດໃຫ້ປະເທດຕ່າງໆ ທົ່ວໂລກໄດ້ມີສ່ວນຮ່ວມຫຼາຍຂຶ້ນ ເພາະບານໂລກບໍ່ແມ່ນພຽງແຕ່ເລື່ອງຂອງທະວີບເອີຣົບ ແລະ ອາເມຣິກາໃຕ້ເທົ່ານັ້ນ ທັງຍັງເປັນການສະເຫຼີມສະຫຼອງຄົບຮອບ 100 ປີ ຂອງການຈັດການແຂ່ງຂັນຟຸດບອນໂລກໃນປີ 2030 ອີກດ້ວຍ ໂດຍເລື່ອງນີ້ຈະຖືກນຳເຂົ້າຫາລືໃນກອງປະຊຸມຄະນະກຳມະການຟີຟ່າ ທັນທີຫຼັງຈາກຈົບການແຂ່ງຂັນບານໂລກ 2026. ອິນຟານຕິໂນ ກ່າວວ່າ: “ທຸກໆປະເທດຄວນໄດ້ຮັບໂອກາດໃນການໃຝ່ຝັນທີ່ຈະເຂົ້າຮ່ວມແຂ່ງຂັນບານໂລກ ປັດຈຸບັນທຸກທີມທົ່ວໂລກມີຄຸນນະພາບສູງ ແລະ ຈະສູງຂຶ້ນເລື້ອຍໆ ຖ້າພວກເຮົາບໍ່ໃຫ້ໂອກາດປະເທດນ້ອຍໆ ໄດ້ເຂົ້າຮ່ວມແຂ່ງຂັນ ພວກເຂົາກໍຈະຂາດແຮງຈູງໃຈໃນການພັດທະນາຕົນເອງຢ່າງຕໍ່ເນື່ອງ”. ສຳລັບການແຂ່ງຂັນບານໂລກ 2030 ຈະຈັດຂຶ້ນໃນ 6 ປະເທດ ຈາກ 3 ທະວີບ ໂດຍມີ ໂມຣັອກໂກ,...
Meta ເປີດຕົວ Muse Spark 1.1, ໂມເດວ AI ທີ່ເນັ້ນຄວາມສາມາດໃນການຄວມຄຸມຄອມພິວເຕີ (computer use) ແລະຄວາມສາມາດໃນການຂຽນໂຄ້ດ ເຖີງແມ່ນວ່າຄະແນນຜົນທົດສອບຂອງມັນຊ້າກວ່າ Opus ຫຼື GPT,ກໍ່ຕາມ ແຕ່ ຜົນທົດສອບພາຍໃນຂອງ Meta ແມ່ນອອກມາໃກ້ຄຽງກັນ. ເຖີງແມ່ນວ່າຄະແນນຜົນທົດສອບບໍ່ໄດ້ສະແດງໃຫ້ເຫັນວ່າ Meta ກັບຂື້ນມາເປັນຜູ້ນຳ ກໍ່ຕາມ, ແຕ່ Muse Spark ກໍ່ຢູ່ໃນກຸ່ມອັນດັບຕົ້ນໆ ຂອງໂມເດວ AI . Meta ກຳລັງສຸມໃສ່ການຫັນໄປທຳງານແບບ multi-agent ທີ່ວາງແຜນໄດ້ສັບຊ້ອນ, ເຊິ່ງສາມາດຄວບຄຸມແອັບພລິເຄຊັນຄອມພິວເຕີຫຼາຍອັນ. Muse Spark 1.1 ເປີດຂາຍແບບAPI ສາມາດຊື້ໄດ້ຜ່ານ Meta Model API, ເຊິ່ງຕອນນີ້ຍັງບໍ່ຮອງຮັບ ໃນລາວ ແລະ ໄທ. ລາຄາແມ່ນ $1.25/$4.25 ຕໍ່ລ້ານໂທເຄັນ, ແລະ...
Rockstar ໄດ້ປະກາດວັນທີ 25 ມິຖຸນາ ເປັນວັນສັ່ງຊື້ລ່ວງໜ້າສຳລັບ Grand Theft Auto VI, ພ້ອມກັບການສະແດງຕົວຢ່າງຂອງຮູບໜ້າປົກຂອງເກມ. ໜ້າປົກຍັງຄົງຮັກສາຮູບແບບສິລະປະທີ່ອີງໃສ່ແຜງທີ່ເປັນເອກະລັກຂອງເກມ GTA ກ່ອນໜ້ານີ້. Pre-orders for Grand Theft Auto VI will officially begin on June 25 on digital storefronts and at other select retailers. Check out the official cover art, also available as downloadable artwork at https://t.co/XPwC8URCQ4 pic.twitter.com/pRVXk4eyDQ — Rockstar Games (@RockstarGames) June...
Threads, ແພລດຟອມສັງຄົມໂຊຊຽວແບບໄມໂຄຣບລັອກກີ້ງທີ່ອີງໃສ່ຂໍ້ຄວາມຂອງ Meta ທີ່ຖືກອອກແບບມາເພື່ອແຂ່ງຂັນກັບ X, ໄດ້ປະກາດວ່າມັນມີຜູ້ໃຊ້ງານຫຼາຍກວ່າ 500 ລ້ານຄົນຕໍ່ເດືອນ (MAUs). Meta ກ່າວວ່າຕົວເລກນີ້ສະທ້ອນໃຫ້ເຫັນເຖິງການປັບປຸງຢ່າງຕໍ່ເນື່ອງຂອງແພລດຟອມໂດຍອີງໃສ່ຄຳຕິຊົມຂອງຜູ້ໃຊ້ , ຕົວເລກ 500 ລ້ານຄົນນີ້ແມ່ນການເພີ່ມຂຶ້ນ 100 ລ້ານຄົນຈາກເດືອນສິງຫາຂອງປີກາຍ, ທີ່ Threads ເຄີຍລາຍງານວ່າມີຜູ້ໃຊ້ 400 ລ້ານຄົນ. Threads ຍັງໄດ້ປະກາດຄຸນສົມບັດໃໝ່ຫຼາຍຢ່າງເພື່ອສະເຫຼີມສະຫຼອງຈຸດສຳຄັນນີ້ເຊັ່ນ : Community, ລວມທັງ Hub ສຳລັບການຄົ້ນຫາທີ່ງ່າຍຂຶ້ນ, ໄອຄອນຫ້ອງສົນທະນາໃໝ່, ແຖບສະຖານະສຳລັບຫົວຂໍ້ທີ່ໃກ້ຈະເລື່ອນຊັ້ນເປັນສະຖານະເປັນຊຸມຊົນ, ແລະອື່ນໆ. Your Algo ຊ່ວຍໃຫ້ຜູ້ໃຊ້ສາມາດປັບແຕ່ງອັລກໍຣິທຶມເພື່ອເລືອກເນື້ອຫາໂດຍອີງໃສ່ຄວາມສົນໃຈຂອງເຂົາເຈົ້າ, ຄ້າຍຄືກັບ Instagram, ແຕ່ຄຸນສົມບັດນີ້ປະຈຸບັນມີໃຫ້ບໍລິການສະເພາະໃນບາງປະເທດເທົ່ານັ້ນ, ຍັງບໍ່ທັນລວມເຖິງປະເທດໄທ. ທີ່ມາ : Meta

About the author

I’m GEORGE SANDERS, a passionte traveler, photographer and writer. I want to take risks, meet interesting people, go hard, challenge myself and explore the world.

Follow me

16,759Fansຄື
7,692ຕິດ​ຕາມປະ​ຕິ​ບັດ​ຕາມ
13,134ຈອງຈອງ

Weather

spot_img

Popular articles

Recent Comments

Popular Categories